ປະທານາທິບໍດີອາເມລິກາຕົກລົງຈັດວາງອັດຕາພາສີນຳເຂົ້າໃໝ່ສຳລັບສິນຄ້າຂອງຈີນ

(VOVWORLD) -ວົງການເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຕົກລົງຈັດວາງອັດຕາພາສີ “ສູງພໍສົມຄວນ” ສຳລັບສິນຄ້າຂອງຈີນ, ໃນສະພາບທີ່ປັກກິງ ກ່າວເຕືອນວ່າ

ຈະໂຕ້ຕອບຖ້າຫາກ ວໍຊິງຕັນ ເລືອກຈະເພີ່ມຄວາມເຄັ່ງຕຶງດ້ານການຄ້າ. ບັນຊີລາຍຊື່ດັ່ງກ່າວລວມມີ 800 ຜະລິດຕະພັນ ດ້ວຍຍອດມູນຄ່າ 50 ຕື້ USD ຖືກຈັດວາງອັດຕາພາສີ 25%. ທຳນຽບຂາວໃຫ້ຮູ້ວ່າ, ຂໍ້ຕົກລົງດັ່ງກ່າວຈະໄດ້ຮັບການຜັນຈະຫຍາຍ ໃນທັນທີພາຍຫຼັງບັນຊີລາຍຊື່ດັ່ງກ່າວໄດ້ປະກາດເປັນທາງການ, ແຕ່ຍັງບໍ່ທັນຮູ້ຈຸດເວລາປະກາດເທື່ອ.

      ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ການກະທຳຈັດວາງອັດຕາພາສີໃໝ່ດັ່ງກ່າວ ອາດຈະຍູ້ໃຫ້ອາເມລິກາ ແລະ ຈີນ ຍັບເຂົ້າໃກ້ກັບສົງຄາມການຄ້າກວ່າ. ວັນທີ 14 ມິຖຸນາ, ຈີນ ໄດ້ກ່າວເຕືອນວ່າ ພ້ອມແລ້ວທີ່ຈະໂຕ້ຕອບການຈັດວາງອັດຕາພາສີ ຖ້າຫາກວໍຊິງຕັນ ເຫັນດີເຮັດໃຫ້ເພີ່ມຄວາມເຄັ່ງຕຶງດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ