ຜັນຂະຫຍາຍຄະນະຜູ້ຕາງຫນ້າຕິດຕາມກວດກາ ຢູ່ ຊີຣີ

ຜັນຂະຫຍາຍຄະນະຜູ້ຕາງຫນ້າຕິດຕາມກວດກາ ຢູ່ ຊີຣີ - ảnh 1
ສະພາຄວາມໝັ້ນຄົງ ສປຊ
ພາບປະກອບ:internet


(vovworld) -  ວັນ​ທີ 21/4, ສະພາ​ຄວາມ​ໝັ້ນຄົງ ສະ​ຫະປະຊາ​ຊາດ(ສປຊ) ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ສະມຕິ 2043 ອະນຸຍາດ​ຜັນ​ຂະຫຍາຍ​ຄະນະ​ຜູ້ຕາງຫນ້າ​ໄປ​ຕິດຕາມກວດ​ກາ​ຄຳ​ສັ່ງ​ຢຸດ​ຍິງ​ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ 300 ທ່ານ ​ເດີນທາງ​ເຖິງ ຊີຣີ. ຕາມ​ມະຕິ​ດັ່ງກ່າວ​ແລ້ວ, ບັນດານ​ັກສັງ​ເກດ​ການ​ການ​ທະຫານ​ປອດ​ປະກອບ​ອາວຸດ​ຈະ​ຖືກ​ສົ່ງ​ເຖິງ ຊີຣີ ​ເມື່ອ​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ຕັດສິນ​ຫນ້າ​ທີ່​ນີ້​ມີ​ຄວາມ​ປອດ​ໄພ. ມະຕິ​ 2043 ກໍ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ ຊີຣີ Bashar al Assad ຕ້ອງ​ປະຕິບັດ​ຕາມ​ບັນດາ​ຄຳ​ໝັ້ນ​ສັນຍາ​ຖອນ​ທະຫານ ​ແລະ ອະ​ວຸດ​ຫນັກ​ອອກ​ຈາກ​ບັນດາ​ເຂດ​ຊຸມ​ຊົນ. ​ເອກ​ະສານ​ດັ່ງກ່າວ​ໄດ້​ເນັ້ນ​ຫນັກ​ເຖິງ​ແຜນການ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຢ່າງ​ທັນ​ທີ່ ​ເພື່ອ​ບັນລຸ​ໃຫ້​ໄດ້​ການ​ມອບ​ໂອນ​ດ້ານ​ການ​ເມືອງ​ໂດຍ​ຊາວ​ຊີຣີ ນຳ​ຫນ້າ.

ຕອບກັບ

ຂ່າວ/ບົດ​ອື່ນ