ຜັນຂະຫຍາຍບັນດາ ໂຄງການຮັກສາ ລາຄາເປັນປົກກະຕິ

ຜັນຂະຫຍາຍບັນດາ ໂຄງການຮັກສາ ລາຄາເປັນປົກກະຕິ - ảnh 1

ຮັກສາ​ລາຄາ​ເປັນ​ປົກກະຕິ

(ພາບ: baocongthuong.com.vn)

 (vovworld)-​​​​ ​​ໃນການ​ປະຊຸມ​ຂ່າວ​ເມື່ອຕອນ​ບ່າຍ​ວັນ​ທີ 4/11, ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​​ໃນເດືອນ 10 ຜ່ານ​ມາ, ດັດ​ຊະນີ​ລາຄາ​ໃຊ້​ສອຍ (CPI) ​ເພີ່ມ​ຂຶ້ນ 0,49%. ​ເປັນ​ອັນວ່າ, ​ເມື່ອ​ທຽບ​ກັບ​ໄລຍະ​ທ້າຍ​ປີ​ກາຍນັ້ນ, ດັດ​ຊະນີ​ລາຄາ​ໃຊ້​ສອຍ (CPI) ​ເພີ່ມ​ຂຶ້ນ 5,14% ​ໃນປະຈຸ​ບັນ. ດ້ວຍ​ສະພາບ​ການ​ດັ່ງ​ຫ່າວ, ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຕ່ຳ​ກ່ວາ 7% ອາດ​ຈະ​ບັນລຸ​ໄດ້. ທ່ານຫວໍ້​ວັນ​ກ່ວຽນ ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ: ສະບຽງ​ອາຫານ​ຮັບ​ໃຊ້​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຈະ​ບໍ່​ຖືກ​ຂາດ​ແຄນ ​ແລະ ບໍ່ມີ​​ເລື່ອງລາຄາ​ເໜັງ​ຕີງ. ກ່ຽວ​ກັບ​ແຜນການ​ຜັນ​ຂະຫຍາຍ​ໂຄງການຮັກສາ​ລາຄາ​ເປັນ​ປົກກະຕິ​ໃນ​​​ທ້າຍ​ປີ, ທ່ານຫວໍ້​ວັນ​ກ່ວຽນ ​ໃຫ້​ຮູ້​ວ່າ:

  “ພ້ອມ​ກັບ​ການຈັດຕັ້ງການ​ຜະລິດ, ​ເລື່ອງຮັກສາ​ລາຄາ​ເປັນ​ປົກກະຕິໃນ​ທ້ອງ​ຕະຫຼາດ​ບໍ່​ພຽງ​ແຕ່​ຮັກສາໃນ​ປີ​ນີ້​ເທົ່າ​ນັ້ນ ຫາກ​ຕ້ອງ​ຮັກສາ​ສະພາບ​ທີ່​ເກີດ​ມາຈາກຊຸມ​ປີ​ກ່ອນອີກ​ດ້ວຍ. ທາງກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຈະ​ມີ​ເອກະສານ​ຊີ້​ນຳ​ທ້ອງ​ຖິ່ນ​ຕ່າງໆ​ຜັນ​ຂະຫຍາຍການ​ລາຍ​ງານ​ສະພາບ​ການ​ລາຄາ​ໃນ​ບຸນປີ​ໃໝ່​ປະຈຳ​ຊາດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຕະຫຼາດ​ໃຫ່ຍຄື​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ​ເກີນ​ເທີ, ບິ່ງ​ເຢືອງ, ດົ່ງ​ນາຍ…​ລວມ 11 ​ແຂວງ​ໄດ້​ຜັນ​ຂະຫຍາຍການຮັກສາ​ລາຄາ​ເປັນ​ປົກກະຕິດ້ວຍ​ຈຳນວນ​ເງິນ​ທັງ​ໝົດ 850 ຕື້​ດົ່ງ“./.

 

ຂ່າວ/ບົດ​ອື່ນ