ຜັນຂະຫຍາຍສັນຍາການຄ້າຊາຍແດນຫວຽດ-ລາວ
(ພາບປະກອບ)
(vovworld)- ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ປະກາດແຜນການປະຕິບັດ ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ສສ. ຫວຽດນາມ ແລະ ລັດຖະບານ ສປປ ລາວ. ຕາມແຜນການ, ບັນດາອົງການຮັບຜິດຊອບທີ່ກ່ຽວຂ້ອງ ຈະຜັນຂະຫຍາຍການໂຄສະນາ, ເຜີຍແຜ່ເນື້ອໃນສັນຍາ; ແນະນຳການປະຕິບັດສັນຍາ ແລະ ບັນດາເອກະສານແນະນຳທີ່ກ່ຽວຂ້ອງ; ໜູນຊ່ວຍວິສາຫະກິດ ການຄ້າຊາຍແດນຫວຽດນາມ-ລາວ; ສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຜ່ານຊາຍແດນ ຫວຽດນາມ-ລາວ; ພັດທະນາການເຄື່ອນໄຫວ ຂອງຕະຫຼາດຊາຍແດນ; ແບ່ງປັນຂໍ້ມູນຂ່າວສານ ແລະ ການບຳລຸງສ້າງ; ຈັດຕັ້ງກອງປະຊຸມ ການຮ່ວມມືພັດທະນາດ້ານການຄ້າຊາຍແດນຫວຽດ-ລາວ ຜັດປ່ຽນກັນ ຢູ່ແຕ່ລະປະເທດ