ຜັນຂະຫຍາຍໂຄງການຮ່ວມມືປູກ ຢາງພາລາລະຫວ່າງຫວຽດນາມ - ລາວ

ຜັນຂະຫຍາຍໂຄງການຮ່ວມມືປູກ ຢາງພາລາລະຫວ່າງຫວຽດນາມ - ລາວ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ດຳ​ເນີນ​ພິທີ່​ລົງ​ນາມ​​ໃນສັນຍາ​ຮ່ວມ​ມື​ປູກ​ຢາງ​ພາລາ​ລະຫວ່າງ​ບໍລິສັດ​ຫຸ້ນ​ສ່ວນ​ຢາງພາລາ​ນະຄອນ​​ໂຮ່​ຈິ​ມິນ ກັບ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ລາວ. ​ໂຄງການ​ຮ່ວມ​ມື​ຢູ່​ເມືອງ ​ໂຂງ, ​ແຂວງ​ຈຳ​ປະ​ສັກ, ພາກ​ໃຕ້​ຂອງ​ລາວ, ​ມີ​​ເນື້ອ​ທີ່ 6.000 ha ດ້ວຍ​ຍອດ​ຈຳນວນ​ເງິນ​ແມ່ນ 44 ລ້ານ USD, ປະລິມານ​ການ​ຜະລິດຢາງພາລາ​ຄາ​ດວ່າ​ບັນລຸ 120.000 ​ໂຕນ/ປີ ​ດຶງ​ດູດ​ຄົນ​ງານຢູ່​​ໃນ​ບໍລິ​ເວນ​ໂຄງການປະມານ 2.800 ຄົນ. ​​ໂດຍແມ່ນ​ໜຶ່ງ​ໃນ​ບັນດາ​ບໍລິສັດ​ດຳ​ເນີນ​ການ​ຮ່ວມ​ມື​ປູກ​ຢາງພາລາ​ກັບ​ລາວ ​ແຕ່​ດົນ​ນານ​, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ແລ້ວ, ບໍລິສັດ​ຫຸ້ນ​ສ່ວນ​ຢາງພາລາ​ນະຄອນ​​ໂຮ່​ຈິ​ມິນ ຍັງ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດ​ດີກາ​ນ​ສັງຄົມ​ຄື ​ສ້າງ​ທາງ, ສ້ອມ​ແປງ​ໂຮງຮຽນ, ຊ່ວຍ​ເຫຼືອ​ແກ້​ໄຂ​​ໄພ​ທຳ​ມະ​ຊາດ ​ແລະ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ຖ່າຍ​ທອດ​ເຕັກນິກ​ຜະລິດ​ກະສິກຳກຳ​ໃຫ້​ຊາວ​ກະ​ສີກ​ອນ 2.000 ກວ່າຄົນ.

ຂ່າວ/ບົດ​ອື່ນ