ຜັນຂະຫຍາຍໜ້າທີ່ປົກປັກຮັກສາຊາກສົບປະທານໂຮ່ຈິມິນໃຫ້ປອດໄພ
(ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອ ແລະ ຕ້ອນຮັບຫຼຽນໄຊ
ເອກະລາດຊັ້ນ 2 ຂອງຄະນະຄຸ້ມຄອງສຸສານປະທານໂຮ່ຈິມິນ)
(vovworld) - ຕອນເຊົ້າວັນທີ 12/08, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອ ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 2 ຂອງຄະນະຄຸ້ມຄອງສຸສານປະທານໂຮ່ຈິມິນ (14/08/1976 – 14/08/2016). ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍພະນັກງານ, ນັກຮົບ, ຄົນງານຂອງຄະນະຄຸ້ມຄອງສຸສານປະທານໂຮ່ຈິມິນ ລຸ້ນຕ່າງໆ ໃນຕະຫຼອດ 40 ປີຜ່ານມາທີ່ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ປະຕິບັດສຳເລັດໜ້າທີ່ການເມືອງເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ, ປະຊາຊົນ ໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ ແລະ ບັນດານັກວິທະຍາສາດຂອງລັດເຊຍ ສຳລັບໜ້າທີ່ປົກປັກຮັກສາຊາກສົບປະທານໂຮ່ຈິມິນ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງວ່າ.
“ຄະນະຄຸ້ມຄອງສຸສານປະທານໂຮ່ຈິມິນ ຕ້ອງສຸມໃສ່ຜັນຂະຫຍາຍການປະຕິບັດໜ້າທີ່ເຊິ່ງນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ ກ່ຽວກັບການຊີ້ນຳປະຕິບັດໜ້າທີ່ປົກປັກຮັກສາ ຊາກສົບປະທານໂຮ່ຈິມິນ ຢ່າງປອດໄພໃນໄລຍະຍາວ ແລະ ເສີມຂະຫຍາຍຄວາມໝາຍດ້ານການເມືອງ, ວັດທະນະທຳຂອງກິດຈະກຳສຸສານໃນໄລຍະໃໝ່. ຍົກສູງສະຕິເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍກຳລັງແຮງພາຍໃນ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນວິວັດການປະຕິບັດໜ້າທີ່, ພ້ອມທັງປົກປັກຮັກສາການພົວພັນທີ່ເປັນມູນເຊື້ອອັນດີງາມກັບບັນດານັກວິທະຍາສາດສາທາລະນະສຸກສະຫະພັນລັດເຊຍ, ບັນດານັກວິທະຍາສາດພາຍໃນປະເທດ ເພື່ອແນໃສ່ຮັບເອົາຄວາມຮູ້, ຮ່ຳຮຽນເອົາບົດຮຽນເພື່ອເປັນເຈົ້າການ, ກ້າວໄປເຖິງເປັນເຈົ້າການເພື່ອປະຕິບັດສຳເລັດໜ້າທີ່ປົກປັກຮັກສາຊາກສົບປະທານໂຮ່ຈິມິນ ໃຫ້ປອດໄພ”.