ຜູ້ບັນຊາການກຳລັງປະກອບອາວຸດລາຊະອານາຈັກບຣູໄນຢ້ຽມຢາມຫວຽດນາມ

ຜູ້ບັນຊາການກຳລັງປະກອບອາວຸດລາຊະອານາຈັກບຣູໄນຢ້ຽມຢາມຫວຽດນາມ - ảnh 1
ພິ​ທີ​ຕ້ອນ​ຮັບ ພົນ​ຈັດ​ຕະ​ວາ Pehin Datu Pekerma Jaya Dato Paduka Seri Mohd Tawih Bin Abdullah

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພົນ​ໂທ ໂດ໋​ບ໋າ​ຕິ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຄະ​ນະ​ຜູ້​ບັນ​ຊາ​ການ​ກຳ​ລັງ​ປະ​ກອບ​ອາ​ວຸດ​ລາ​ຊະ​ອາ​ນາ​ຈັກ ບ​ຣູ​ໄນ ໂດຍ ພົນ​ຈັດ​ຕະ​ວາ Pehin Datu Pekerma Jaya Dato Paduka Seri Mohd Tawih Bin Abdullah, ຜູ້​ບັນ​ຊາ​ການ​ກຳ​ລັງປະ​ກອບ​ອາ​ວຸດ​ລາ​ຊະ​ອາ​ນາ​ຈັກ ບ​ຣູ​ໄນ, ນຳ​ໜ້າ, ​ໄດ້​ມາຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 7 – 9/6. ຕອນ​ເຊົ້າ​ວັນ​ທີ 8/6, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ພົນ​ຈັດ​ຕະ​ວາ Pehin Datu Pekerma Jaya Dato Paduka Seri Mohd Tawih Bin Abdullah, ພົນ​ເອກ ຟູ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ຖື​ວ່າ: ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຂອງກອງ​ທັບ 2 ປະ​ເທດ​ແມ່​ນ​ຈຳ​ເປັນ​​ເພື່ອເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ 2 ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ​ ຟູ່ງກວາງ​ແທງ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກຢູ່ ຫວຽດ​ນາມ ຂອ​ງ​ຄະ​ນະ​ຄັ້ງ​ນີ້​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ, ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

        ກ່ອນ​ໜ້ານັ້ນ, ພົນ​ໂທ ໂດ໋​ບ໋າ​ຕິ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ພົບ​ປະກັບພົນ​ຈັດ​ຕະ​ວາ Pehin Datu Pekerma Jaya Dato Paduka Seri Mohd Tawih Bin Abdullah, ຜູ້​ບັນ​ຊາ​ການ​ກຳ​ລັງປະ​ກອບ​ອາ​ວຸດ​ລາ​ຊະ​ອາ​ນາ​ຈັກ ບ​ຣູ​ໄນ.


ຂ່າວ/ບົດ​ອື່ນ