ຜູ້ບັນຊາການທະຫານບົກປາຊີຟິກອາເມລິກາຢ້ຽມຢາມຫວຽດນາມ

ຜູ້ບັນຊາການທະຫານບົກປາຊີຟິກອາເມລິກາຢ້ຽມຢາມຫວຽດນາມ - ảnh 1
ຜູ້ບັນຊາການທະຫານບົກປາຊີຟິກອາເມລິກາຢ້ຽມຢາມຫວຽດນາມ
(ພາບ:
TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 19/1, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ໂດ໋​ບ໋າ​ຕິ, ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ພົນ​ເອກ Vincent Brooks, ​​ຜູ້​ບັນ​ຊາ​ການ​ທະ​ຫານ​ບົກ ປາ​ຊິ​ຟິກ ອາ​ເມ​ລິ​ກາ ພວມ​ຢ້ຽມຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

        ທີ່​ການ​ຕ້ອນ​ຮັບ, ພົນ​ເອກ Vincent Brooks ໄດ້​ປະ​ກາດ​ໝາກ​ຜົນ​ຂອງ​ການ​ເຮັດ​ວຽກ​ກ່ອນນັ້ນ​ລະ​ຫວ່າງກອງ​ບັນ​ຊາ​ການທະ​ຫານ​ບົກ​ປາ​ຊີ​ຟິກ ກັບ​ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຫວໍ​ວັນ​ຕ໋ວນ. ເຫັນ​ດີ​ເຫັນ​ພ້ອ​ມ​ກັບ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ລະ​ຫວ່າງ 2 ຄະ​ນະ, ພົນ​ໂທ ໂດ໋​ບ໋າ​ຕິ ສະ​ເໜີ​ກຳ​ລັງ​ທະ​ຫານ​ບົກ 2 ປະ​ເທດ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຄວນ​ລົງ​ເລິກ​ເຂົ້າ​ໃນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ແລກ​ປ່ຽນ​ຂໍ້​ມູນ​ຂ່​າວ​ສານ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ, ບ​ຳ​ລ​ຸງ​ສ້າງ​ພາ​ສາ​ອັງ​ກິດ​ໃຫ້​ບັນ​ດາ​ທະ​ຫານ ຫວຽດ​ນາມ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ.


ຂ່າວ/ບົດ​ອື່ນ