ຜູ້ມີສິດເລືອກຕັ້ງ ຕີລາຄາສູງການຕອບຄຳຊັກຖາມຂອງທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ)
(vovworld) - ວັນທີ 21/11, ເນື້ອໃນຕອບຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ທີ່ກອງປະຊຸມສະພາແຫ່ງຊາດ ເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ. ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງຈິດໃຈກົງໄປກົງມາຂອງທ່ານນາຍົກລັດຖະມົນຕີ ເມື່ອເຮັດແຈ້ງບັນດາເນື້ອໃນສຳຄັນ, ເຮັດແຈ້ງຫຼາຍບັນຫາທີ່ກ່ຽວຂ້ອງເຖິງຂົງເຂດຊີວິດສັງຄົມ.
ທ່ານໂດ້ກວາງຕ໋ວນ, ຢູ່ຕາແສງ ໂອເຈີ້ເຢື່ອ, ເມືອງດົ໋ງດາ, ນະຄອນຮ່າໂນ້ຍ ຖືວ່າ.
“ການຕອບຄຳຊັກຖາມຢ່າງກົງໄປກົງມານັ້ນ ມີຄຸນຄ່າ ຫຼືບໍ່ມີຄຸນຄ່າກໍ່ຕ້ອງສັງເກດ ສະພາບຕົວຈິງໃນການຜັນຂະຫຍາຍປະຕິບັດຈາກທຸກຂັ້ນ, ທຸກຂະແໜງການຂອງລັດຖະບານ ແລະ ການເຄື່ອນໄຫວຂອງທົ່ວລະບົບການເມືອງ. ສຸດທ້າຍແມ່ນຕ້ອງບັນລຸໝາດຜົນວ່າ ເສດຖະກິດນັບມື້ນັບພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.
ທ່ານ ຫງວຽນແອງມິງ, ຢູ່ແຂວງທ໋າຍບິ່ງ ຖືວ່າ, ທ່ານນາຍົກລັດຖະມົນຕີຕ້ອງອະພິປາຍຈະແຈ້ງກວ່າກ່ຽວກັບໜ້າທີ່ຮັບຜິດຊອບຂອງຜູ້ນຳໜ້າບັນດາອົງການຄຸ້ມຄອງແຫ່ງລັດ, ພ້ອມທັງປະຕິບັດນະໂຍບາຍຍົກສູງແຫຼ່ງຊັບພະຍາກອນມະນຸດຫຼາຍກວ່າ ແລະ ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ ຫງວຽນແອງມິງ ກ່າວວ່າ
“ເລື່ອງນຳໃຊ້ຜູ້ເກັ່ງກ້າສາມາດຂອງລັດຫວຽດນາມ, ນັ້ນແມ່ນບັນຫາທີ່ຂ້າພະເຈົ້າມີຄວາມສົນໃຈທີ່ສຸດ. ຂ້າພະເຈົ້າເຫັນວ່າ ທຸກໆແນວທາງແຜນນະໂຍບາຍຂອງພັກ ໄດ້ກາຍເປັນຕົວຈິງໄດ້ຫຼືບໍ່ ນັ້ນຕ້ອງແມ່ນບັນຫານຳໃຊ້ຜູ້ເກັ່ງກ້າສາມາດ. ຂ້າພະເຈົ້າຄິດວ່າ, ລັດຕ້ອງມີນະໂຍບາຍພະນັກງານເປີດກ້ວາງ ດັ່ງນັ້ນປະເທດພວກເຮົາຈຶ່ງພັດທະນາຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະຊາຊົນໄດ້”.