ຜູ້ມີສິດເລືອກຕັ້ງ ອີຢິບ ໄປປ່ອນບັດເລືອກຕັ້ງປະທານາທິບໍດີ

(VOVWORLD) -ວັນທີ 26 ມີນາ, ຜູ້ມີສິດເລືອກຕັ້ງ ອີຢິບ 60 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີອາຍຸການໃໝ່. ບັນດາສະຖານທີ່ປ່ອນບັດເລີ່ມເປີດປະຕູແຕ່ເວລາ 9 ໂມງເຊົ້າຫາ 9 ໂມງຄ່ຳ ແລະ ແກ່ຍາວແຕ່ວັນທີ 26 ຫາວັນທີ 28 ມີນາ.
ຜູ້ມີສິດເລືອກຕັ້ງ ອີຢິບ ໄປປ່ອນບັດເລືອກຕັ້ງປະທານາທິບໍດີ	 - ảnh 1 ຜູ້ມີສິດເລືອກຕັ້ງ ອີຢິບ ໄປປ່ອນບັດເລືອກຕັ້ງປະທານາທິບໍດີ   

ຜູ້ມີສິດເລືອກຕັ້ງຈະເລືອກເອົາ 1 ໃນຜູ້ສະໝັກ 2 ທ່ານ, ນັ້ນແມ່ນທ່ານປະທານາທິບໍດີຄົນປັດຈຸບັນ Abdel Fattah El Sisi ແລະ ທ່ານປະທານພັກ Ghad Moussa Mostafa Moussa. ຖ້າບໍ່ມີຜູ້ສະໝັກໃດໆ ໄດ້ຮັບໄຊຊະນະໃນຮອບເລືອກຕັ້ງທຳອິດ, ແມ່ນການເລືອກຕັ້ງຮອບທີ 2 ຈະດຳເນີນແຕ່ວັນທີ 24 – 26 ເມສາ. ໝາກຜົນການເລືອກຕັ້ງຮອບທີ 1 ຈະໄດ້ປະກາດໃນວັນທີ 02 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ