ຜູ້ມີສິດເລືອກຕັ້ງຕີລາຄາສູງການເຄື່ອນໄຫວຂອງອາຍຸການສະພາແຫ່ງຊາດຊຸດທີ13

ຜູ້ມີສິດເລືອກຕັ້ງຕີລາຄາສູງການເຄື່ອນໄຫວຂອງອາຍຸການສະພາແຫ່ງຊາດຊຸດທີ13 - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13
ພາບ:TTXVN

(vovworld)-ຜ່ານ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ອາ​ຍຸ​ການ​ຂອງ​ປະ​ທານ​ປະ​ເທດ, ລັດ​ຖະ​ບານ ແ ລະ ນາ​ຍົກ​ລັດ​ຖະ​ມົນ​ຕີ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫລາຍ​ທ່ານ​ຕີ​ລາ​ຄາ​ສູງ​ບົດ​ລາຍ​ງານ​ວຽກ​ງານ​ອາ​ຍຸ​ການ 2011-2016 ແລະ ຖື​ວ່າ ການ​ຊີ້​ນຳ​ນຳ​ພາ,ບໍ​ລິ​ຫານ​ຂອງ​ການ​ນຳ​ປະ​ທານ​ປະ​ເທດ, ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ອາ​ຍຸ​ການ​ຜ່ານ​ມາ ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ.

ທ່ານ ຫງວຽນ​ມີງ​ຟອງ, ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ  ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫນຶ່ງ​ໃນ​ບ​ັນ​ດາ​ຜົນ​ສຳ​ເລັດ​ໃຫຍ່​ສຸດ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ພ້ອມ​ທັງ​ມີ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ໃນ​ການ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຕ້ານ​ການ​ເຄື່ອ​ນ​ໄຫວ​ກັກ​ຕຸ້ນ​ໃນ​ຕະ​ຫລາດ​ເງິນ​ຕາ​ຕ່າງ​ປະ​ເທດ.

ທ່ານ​ຫງວຽນ​ຢູຍ​ແທ່ງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຄຸ້ມ​ຄອງ​ເຮືອນ​ຢູ່ ຕວານ​ເກົ່າ ຢູ່​ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ສ້າງ​ຂີດ​ໝາຍ​ຫລາຍ​ຢ່າງ. ໃນ​ນັ້ນ ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮ​ອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ປະ​ກາດ​ໃຊ້​ກົດ​ໝາຍ​ຫລາຍ​ສະ​ບັບທີ່​ໃກ້​ຊິດ​ຕິດ​ແທດ​ກັບ​ພຶດ​ຕິ​ກຳ ແລະ ຊີ​ວິດ ກໍ​ຄື​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ.”

ຂ່າວ/ບົດ​ອື່ນ