ຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາມາດຕະການຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ

ຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາມາດຕະການຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ - ảnh 1
ວາ​ລ​ະ​ປະ​ຊຸມ​ເມື່ອ​ວັນ​ທີ 2/11 ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
(ພາບ: Phương Hoa/ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​ ​​ພາຍຫ​ລັງ​ໄດ້​ຮັບ​ຟັງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ເສດ​ຖະ​ກິດ - ສັງ​ຄົມ ປີ 2016 ແລະ ແຜນ​ການ​ການ​ເງິນ​ໄລ​ຍະ 5 ປີ, ທີ່​ວາ​ລະ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 2/11, ທີ່​ຫໍ​ປະ​ຊຸມ​ສ​ະ​ພາ​ແຫ່ງ​ຊາດ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ ແລະ ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ໃນ​ບັນ​ດາ​ຂອບ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສ​ະ​ພາ​ບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດຂອງ​ລັດຖະ​ບານ. ຜູ້​ມີ​ສິດ​ເລືອກ​ຕັ້ງ ຫງວຽນ​ດຶກ​ແທ່ງ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກ​ິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ຖື​ວ່າ: ທິດ​ທາງ​ຂອງ​ລັດ​ຖະ​ບານ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ລັດ​ວິ​ສາ​ຫະ​ກິດ, ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ສະ​ດວກ​ກ່​ວາ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ... ແມ່ນ​ຖືກ​ຕ້ອງ ແລະ ​ສົ່ງ​ຜົນ​ກະ​ທົບ​ໃຫຍ່ຫຼວງ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ບໍ່​ພຽງ​ແຕ່​ໃນ​ປີນີ້​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຊຸມ​ປີ​ຕໍ່​ໄປ​ອີກ​ດ້ວຍ.

        ຕາມ​ທ່ານ ໂດ໋ງອກ​ອາມ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ 1, ເມືອງ 8, ໄດ້​ຊີ້​ແຈ້ງວ່​າ:

        “ພວກ​ຂ້​າ​ພະ​ເຈົ້າ​ດີ​ໃຈ​ຫຼາຍ, ຍ້ອນ​​ວ່າວາ​ລະ​ປະ​ຊຸມ​ຂ​ອງ​ສະ​ພາ​ແຫ່ງ​ຊາດ​ໄດ້​​ເຕື້ອງ​ເຖິງ​ບັນ​ຫາຫຼັກ​ແຫຼ່ງ ແກ່ນ​ສານ, ບັນ​ດາ​ບັນ​ຫາ​ເຄັ່ງ​ຮ້ອນ​ທີ່​ສຸດ​ໃນ​ປະ​ຈຸ​ບັນ. ປະ​ເທດ ຫວຽດ​ນາມ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ, ແຕ່​ດ​້ວຍ​ບັນ​ດາ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສະ​ຫາ​ແຫ່ງ​ຊາດ, ປັບ​ປຸງ​ບັນ​ດາ​ບັນ​ຫາ​ຍັງ​ອ່ອນ​ດ້ອຍ, ພິ​ເສດ​ແມ່ນ​ບັນ​ຫາ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ບັນ​ດາ​ບັນ​ຫາ​ສິ່ງ​ແວດ​ລ້ອມ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ສະ​ພາ​ແຫ່ງ​ຊາດ ເອົາ​ໃຈ​ໃສ່ ແລະ ມີ​ບັນ​ດາ​ມາ​ດ​ຕະ​ການ​ຢ່າງມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃຫ້​ປະ​ຊາ​ຊົນ​ເທື່ອ​ລະ​ກ​້າວ.”


ຂ່າວ/ບົດ​ອື່ນ