ຜູ້ມີອຳນາດເຕັມແຫ່ງ ນິວຢີແລນ ຢ້ຽມຢາມ ຫວຽດນາມ

ຜູ້ມີອຳນາດເຕັມແຫ່ງ ນິວຢີແລນ ຢ້ຽມຢາມ ຫວຽດນາມ - ảnh 1
ຜູ້​ມີ​ອຳນາດ​ແຫ່ງ ​ນິວຢີ​ແລນ ທ່ານ Jerry Mateparae
(ພາບ: gg.govt.nz)

(vovworld) – ວັນ​ທີ 3/8, ຜູ້​ມີ​ອຳນາດ​​ເຕັມແຫ່ງ ​ນິວຢີ​ແລນ ທ່ານ Jerry Mateparae ​​ໄດ້​ມາ​ຮອດ ຫວຽດນາມ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການຈະ​ດຳ​ເນີນ​ໃນ​ວັນ​ທີ 5/8, ຢູ່​ສຳນັກງານ​ປະທານ​ປະ​ເທດ. ​ໃນ​ຊຸມ​ວັນ​ຢູ່​ຢ້ຽມຢາມ ຫວຽດນາມ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ນິວຊີແລນ ຈະ​ລະ​ຈາ​ກັບທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ພົບ​ປະ​ກັບ​ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ເຂົ້າ​ຢ້ຽມ​ຂຳ່​ນັບ​ທ່ານ​ເລ​ຂາ​ທິການ​ໃຫຍ່ ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ.​​.​. ​ເນື່ອງ​ໃນ​ໂອກາດ​ນີ້, ຄາດ​ວ່າ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ນິວຊີ​ແລນ ທ່ານ Jerry Mateparae  ຈະ​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ໂຄງການ​ເຄື່ອນ​ໄຫວ ຫວຽດນາມ - ນິວຢີ​ແລນ ​ໄລຍະ 2013 – 2016 ​ແລະ ພິທີ​ເຊັນ​ຂໍ້​ຕົກລົງ​ຫຼີກ​ລ້ຽງ​ການ​ເກັບ​ພາສີຊ້ອນ. ການ​ມາຢ້ຽມຢາມ ຫວຽດນາມ ຂອງຜູ້​ມີ​ອຳນາດ​ແຫ່ງ ​ນິວຢີ​ແລນ ຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 3 – 8/8.

ຂ່າວ/ບົດ​ອື່ນ