(vovworld) – ຕາມແຜນການແລ້ວ, ວັນທີ 10/11, ຜູ້ອຳນວຍການໃຫຍ່ອົງການ ສປຊ ເພື່ອການ ພັດທະນາ (UNDP), ທ່ານນາງ Helen Clark, ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນເວລາ 4 ວັນ. ກ່ອນໜ້ານັ້ນ, ວັນທີ 9/11, ທ່ານນາງ Helen Clark ໄດ້ເຂົ້າຮ່ວມການສົນທະນາກັບແມ່ຍິງຊົນເຜົ່າສ່ວນໜ້ອຍ 20 ຄົນ ດ້ວຍຫົວຂໍ້ວ່າ: “ແມ່ຍິງຊົນເຜົ່າສ່ວນໜ້ອຍ ແລະ ບັນຫາພັດທະນາ”. ການສົນທະນາມີການເຂົ້າຮ່ວມຂອງທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ.
ກ່າວຄຳເຫັນທີ່ການສົນທະນາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຊັນ ແລະ ໃຫ້ສັດຕະຍາບັນສົນທິສັນຍາຂອງ ສປຊ ກ່ຽວກັບການລົບລ້າງທຸກຮູບແບບຈຳແນກການປະພຶດຕ້ານແມ່ຍິງ ແລະ ຫັນບັນດາຂໍ້ກຳນົດຂອງສົນທິສັນຍານີ້ເປັນກົດໝາຍຂອງພາຍໃນປະເທດໄວທີ່ສຸດ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເວົ້າວ່າ:
“ໃນບົດບາດນຳພາ ແລະ ຄຸ້ມຄອງ, ອັດຕາສ່ວນແມ່ຍິງໃນບັນດາອົງການລັດຖະບານໄດ້ຮັບການຮັກສາເປັນປົກກະຕິ. 24,4% ສສຊແມ່ນແມ່ຍິງ, ໃນນັ້ນມີ ສສຊ ຊົນເຜົ່າສ່ວນໜ້ອຍແມ່ນ 39 ຄົນ. ຢູ່ທ້ອງຖິ່ນຕ່າງໆ, ມີແມ່ຍິງຫຼາຍຄົນຮັກສາບົດບາດຫຼັກແຫຼ່ງຢູ່ທຸກຂັ້ນ, ທຸກຂະແໜງການ, ປະກອບສ່ວນແກ້ໄຂບັນດາບັນຫາສຳຄັນ, ແມ່ຍິງຊົນເຜົ່າສ່ວນໜ້ອຍໄດ້ຮັບຄວາມສະເໝີພາບໃນທຸກໆວຽກງານ, ບົດບາດຂອງແມ່ຍິງຊົນເຜົ່າສ່ວນໜ້ອຍໄດ້ຮັບການເສີມຂະຫຍາຍ.”
ທີ່ການສົນທະນາ, ທ່ານນາງ Helen Clark, ຜູ້ອຳນວຍການໃຫຍ່ UNDP ໄດ້ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກ, ການທ້າທາຍຂອງແມ່ຍິງເມື່ອເຂົ້າຮ່ວມວຽກງານຄຸ້ມຄອງໃນສັງຄົມ... UNDP ຈະຍູ້ໄວການປະຕິບັດບັນດາຈຸດໝາຍສະຫັດສະຫວັດສຸມໃສ່ເຂົ້າໃນກຸ່ມຊົນເຜົ່າສ່ວນໜ້ອຍ ແລະ ບັນດາກຸ່ມຊົນໜ້ອຍອື່ນໆ.