ຝລັ່ງຕ້ອງປະເຊີນໜ້າກັບການແຫ່ຂະບວນຄັ້ງໃໝ່

ຝລັ່ງຕ້ອງປະເຊີນໜ້າກັບການແຫ່ຂະບວນຄັ້ງໃໝ່ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ​ຝ​ລັ່ງ Myriam El Khomri
(ພາບ: AFP/TTXVN)

(vovworld) - ວັນ​ທີ 17/06, ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ​ຝ​ລັ່ງ Myriam El Khomri ໃຫ້​ຮູ້​ວ່າ, ​ການ​ເຈລະ​ຈາ​ລະ​ຫວ່າງ​ກະ​ຊວງ​ແຮງ​ງານ ແລະ ຫົວໜ້າ​​ຂອງໜຶ່ງ​ໃນ​ບັນ​ດາຄະ​ນະ​ຮ່ວມ​ອາ​ຊ​ີບ​ໃຫ​ຍ່ກວ່າ​ໝູ່​ຢູ່​ປະ​ເທດນີ້ ໄດ້​ສິ້ນ​ສຸດ​ລົງ​ແຕ່ບໍ່​ບັນ​ລຸ​ໄດ້​ມາກ​ກ້າວ​ບຸກ​ທະ​ລຸໃດ ເພື່ອ​ຊ່ວຍ​​ແກ້​ໄຂ​ສະ​ພາບບໍ່​ມີ​ທາງ​ອອກ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ຮູບ​ແຮງ​ງານ​ທີ່ກໍ່​ໃຫ້ເກີດ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານ ທີ່​ແກ່​ຍາວ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ການ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຝ​ລັ່ງ (CGT) Philippe Martinez, ທ່ານ​​ນາງລັດ​ຖະ​ມົນ​ຕີ Khomri ໃຫ້​ຮູ້​ວ່າ ທັງ 2 ຝ່າຍລ້ວນ​ແຕ່ “ບໍ່​​ສາ​ມາດຊອກ​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ”. ກ່ຽ​ວ​ກັບຝ່າຍ CGT, ທ່ານ Martinez ຖື​ວ່າ, CGT ແລະ ລັດ​ຖະ​ບານ​​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ໃນ​ບັນ​ດາ​ບັນ​ຫາ​ພື້ນ​ຖານ. ທ່ານ​ຢືນ​ຢັນ​ຄືນ​ໃໝ່​ວ່າ, ມີ​ບາງ​ມາດ​​ຕາ​ກຸ່ນ​ແຈ​ໃນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ແຮງ​ງານ ເຊິ່ງ​ລັດ​ບານ​ຝ​ລັ່ງ ພວມ​ພິ​ຈາ​ລະ​ນາ​ເພື່ອ​ຮັບ​ຮອງ​ເອົາ​ຕ້ອງ​ໄດ້​ຍົກ​ເລີກ​ ຫຼື ປັບ​ປຸງຄືນ​ໃໝ່.

        ພາຍ​ຫຼັງ​ການ​ເຈ​ລະ​ຈາກັບ​ລັດ​ຖະ​ບານ​ຝ​ລັ່ງ ​ບໍ່​ໄດ້​ຮັບ​ຜົນ, ບັນ​ດາຄະ​ນະ​ຮ່ວມ​ອາ​ຊ​ີບ​ ປະ​ເທ​ດນີ້​ຖະ​ແຫຼງວ່າ ໄດ້​ຮຽກ​ຮ້ອງ​ດຳ​ເນີນ​ການ​ແຫ່​ຂ​ະ​ບວນ​ປະ​ທ້ວງ​​ຄັ້ງໃໝ່, ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 23 ແລະ 28/06 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ