ພັກ, ລັດ ຕີລາຄາສູງການປະກອບສ່ວນ ຂອງຜູ້ມີຍົດຖາບັນດາສັກ, ສາສະນິກກະຊົນ

ພັກ, ລັດ ຕີລາຄາສູງການປະກອບສ່ວນ ຂອງຜູ້ມີຍົດຖາບັນດາສັກ, ສາສະນິກກະຊົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ  ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ເຜີຍ​ແຜ່ສາສະໜາ​ຄຣິສ ຫວຽດນາມ
(ພາບ: Nguyễn Dân/TTXVN)

(vovworld) – ຕອນບ່າຍ​ວັນ​ທີ 17/4, ​ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ເຜີຍ​ແຜ່ສາສະໜາ​ຄຣິສ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ​: ຍາມ​ໃດ ພັກ, ລັດ, ລັດຖະບານ ກໍ​ຕີ​ລາຄາ​ສູງ​​ການ​ປະກອບສ່ວນ​ຂອງ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ສາສະ​ນິກກະ​ຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ຫລວງ​ພໍ່, ຜູ້​ເຊື່ອ​ຖືສາສະໜາຄຣິສ ຫວຽດນາມ ​ເວົ້າສະ​ເພາະ, ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່າ​ນຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​​ເຖິງ ທັດສະນະ​ປະຕິບັດ​ນະ​ໂຍບາຍ​ເຄົາລົບ​​ເຊື່ອ​ຖື​ສະ​ສາ​ໜາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແລະ ຫວັງ​ວ່າ​ບັນດາ​ຫລວງ​ພໍ່​ຂອງ​ສະມາຄົມ​ເຜີຍ​ແຜ່​ສາສະໜາ ຄຣິສ ຫວຽດນາມ ຍາມ​ໃດ​ກໍ່ ສາມັກຄີຮັກ​​ແພງ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ປຸກລະດົມກຳລັງ​ໃຈສາສະ​ນິກກະ​ຊົນປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ, ​ເຂົ້າ​ຮ່ວມ​ການ​ອອກແຮງ​ງານທຳ​ການ​ຜະລິດ, ຮັບປະກັນ​ຊີວິດ​ສັງຄົມ, ປະ​ກອບ​ສ່ວນ​ສ້າງສາ​ປະ​ເທດ​ຊາດ​​ໃຫ້ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

        ປະຈຸ​ບັນ, ສະມາຄົມ​ເຜີຍ​ແຜ່ສາສະໜາ​ຄຣິດ ຫວຽດນາມ ມີຜູ້​ເຊື່ອ​ຖື​ສາສະໜາກ່ວາ 31.000 ຄົນ, ​ມີໂບດ 5 ​ແຫ່ງ, ຫໍບູຊາ 83 ຫຼັງ, 200 ສະຖານ​ທີ່​ເຄື່ອນ​ໄຫວ​ຢູ່ 14 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ