ພັກ, ລັດ ແລະ ປະຊາຊົນ ຈະຈາລຶກບຸນຄຸນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຕະຫຼອດໄປ

(VOVWORLD) - ສົງຄາມປົດປ່ອຍຊາດທີ່ແກ່ຍາວ 30 ກວ່າປີຂອງປະຊາຊົນ ພາຍໃຕ້ການນຳພາຂອງ ພັກ ແມ່ນໄລຍະປະຫວັດສາດທີ່ສະຫງ່າອົງອາດໃນພາລະກິດສ້າງສາ ແລະ ປົກປັກຮັກຊາຂອງຊາດ.
ພັກ, ລັດ ແລະ ປະຊາຊົນ ຈະຈາລຶກບຸນຄຸນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຕະຫຼອດໄປ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບຜູ້ຕາງໜ້າຄະນະຕິດຕໍ່ພົວພັນແນວຮົບ ໄຕງວຽນ B3 - ກົມກອງ 3
(ພາບ: TTXVN)

  ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນປດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2023), ຕອນບ່າຍວັນທີ 28 ເມສາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບຜູ້ຕາງໜ້າຄະນະຕິດຕໍ່ພົວພັນແນວຮົບ ໄຕງວຽນ B3 - ກົມກອງ 3.

        ຢູ່ທີ່ນີ້, ທ່ານປະທານປະເທດ ຊີ້ແຈ້ງວ່າ ສົງຄາມປົດປ່ອຍຊາດທີ່ແກ່ຍາວ 30 ກວ່າປີຂອງປະຊາຊົນ ພາຍໃຕ້ການນຳພາຂອງ ພັກ ແມ່ນໄລຍະປະຫວັດສາດທີ່ສະຫງ່າອົງອາດໃນພາລະກິດສ້າງສາ ແລະ ປົກປັກຮັກຊາຂອງຊາດ. ເຖິງແນວນັ້ນກໍ່ຕາມ, ບັນດາຄວາມເຈັບປວດ, ການເສຍສະຫຼະຍ້ອນສົງຄາມຍັງປະກົດຕົວຢູ່ຫຼາຍຄອບຄົວ. ພັກ, ລັດ ແລະ ປະຊາຊົນ ຈະຈາລຶກບຸນຄຸນຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາອະດີດນັກຮົບ, ໃນນັ້ນມີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປວຍ, ອະດີດນັກຮົບຂອງແນວຮົບ ໄຕງວຽນ B3 - ກົມກອງ 3 ຕະຫຼອດໄປ. ທ່ານປະທານປະເທດສະເໜີບັນດາອະດີດນັກຮົບ ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເປັນແບບຢ່າງໃຫ້ແກ່ລູກຫຼານ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ