ພັດທະນາ2ພື້ນຖານບານເຕະຫວຽດນາມແລະຍີ່ປຸ່ນຢ່າງຮອບດ້ານ
(ພາບປະກອບ: bongda.com.vn)
(vovworld) - ຕອນບ່າຍວັນທີ 26/12, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນບານເຕະຫວຽດນາມ ເຈີນກ໋ວກຕ໋ວນ ໄດ້ໃຫ້ການຕ້ອນຮັບທ່ານ Kuino Umeda, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ. ທ່ານ ເຈີນກ໋ວກຕ໋ວນ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Kuino Umeda ພວມດຳລົງຕຳແໜ່ງເປັນທີ່ປຶກສາຂອງສະຫະພັນບານເຕະຍີ່ປຸ່ນ, ພ້ອມທັງເຊື່ອໝັ້ນວ່າ, ດ້ວຍບົດຮຽນໃນການເຄື່ອນໄຫວພົວພັນທາງການທູດ, ທ່ານເອກອັກຄະລັດຖະທູດ Kuino Umeda ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມືພັດທະນາບານເຕະຫວຽດນາມ ແລະ ບານເຕະຍີ່ປຸ່ນ ຢ່າງຮອບດ້ານ.
ສ່ວນທ່ານເອກອັກຄະລັດຖະທູດ Kuino Umeda ໃຫ້ຮູ້ວ່າ, ຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນໃຫ້ການພັດທະນາລວມຂອງບານເຕະຫວຽດນາມ ແລະ ບານເຕະຍີ່ປຸ່ນ.