ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ - ảnh 1
ທ່ານ ຟ້າມ​ມິງ​ຈິ໋ງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ​ຕ້ອນ​ຮັບ​
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຈ​ີນ ປະ​ຈຳ​ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ
(ພາບ: TTXVN)

(vovworld) - ​​​ ​​ ​ຕອນ​ບ່າຍ​ວັນ​ທີ 14/11, ຢູ່​ຮ່າ​ໂນ້ຍ, ທ່ານ ຟ້າມ​ມິງ​ຈິ໋ງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຈ​ີນ ປະ​ຈຳ​ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຕາມ​ພິ​ທີ​ການ​ທູດ. ທ່ານ ຟ້າມ​ມິງ​ຈິ໋ງ ຢືນ​ຢັນ​ວ່າ, ຍາມ​ໃດພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ກໍ່​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕ​ະ​ພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ຈີນ. ທ່ານ ຟ້າມ​ມິງ​ຈິ໋ງ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ກ່​ຽວ​ກັບ​ໜ້າ​ທີ່ກໍ່​ສ້າງ​ພັກ, ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ລະ​ຫວ່າງ 2 ພັກ​ໄລ​ຍະ 2016 – 2020 ໃຫ້​ເປັນ​ຢ່າງ​ດີ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຄງ​ແຊ໋ວ​ຢູງ ຢືນ​ຢັນ​ວ່າ, ພັກ, ລັດ ແລະ ປະ​ຊ​າ​ຊົນ​ຈີນ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ທີ່​ສຸດ. ຈີນ ປາດ​ຖະ​ໜາຢ​າກ​ພ້ອມ​ກັບ​ຫວຽດ​ນາມ ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽ​ນ​ຂັ້ນ​ສູງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແທດ​ຈິງ, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ ​ໃຫ້ສືບ​ຕໍ່​ພັດ​ທະ​ນາ​​ຢ່າງ​ເລິກ​ເຊິ່ງ, ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ