(vovworld) – ຕອນເຊົ້າວັນທີ 13/05, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ ວັດທະນະທຳສາສະໜາ ກັບການພັດທະນາຢ່າງໝັ້ນຄົງຢູ່ຫວຽດນາມ. ມີຜູ້ຕາງໜ້າບັນດາອົງການສາສະໜາຫວຽດນາມ, ນັກຮຽນຮູ້, ນັກຄົ້ນຄວ້າເປັນຈຳນວນຫຼາຍໄດ້ເຂົ້າຮ່ວມກອງປະຊຸມສຳມະນາ. ທີ່ກອງປະຊຸມສຳມະນາ, ບັດດາບົດປະກອບຄວາມເຫັນໄດ້ສຸມໃສ່ເຮັດແຈ້ງບົດບາດຂອງວັດທະນະທຳສາສະໜາ ທີ່ມີຕໍ່ການພັດທະນາໃນທຸກດ້ານຂອງຊີວິດສັງຄົມ. ເຊິ່ງຕາມນັ້ນແລ້ວ, ການດຳລົງຊີວິດດ້ານສາສະໜາຢູ່ຫວຽດນາມ ພວມມີບາດກ້າວພັດທະນາຢ່າງແຮງ. ທ່ານຮອງສາດສະດາຈານ, ປະລິຍາເອກ ໂດ້ລານຮ່ຽນ, ຮອງຫົວໜ້າສະຖາບັນ, ຮັບຜິດຊອບສະຖາບັນຄົ້ນຄວ້າສາສະໜາ, ການເຫຼື້ອມໄສ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຖືວ່າ.
“ເມື່ອຕີລາຄາການພັດທະນາຂອງສັງຄົມແມ່ນເຄີຍເຕື້ອງເຖິງບັນດາປັດໄຈວິທະຍາສາດ, ເຕັກນິກ, ກໍ່ເວົ້າເຖິງບົດບາດຂອງວັດທະນະທຳ, ແຕ່ຫຼົງລື່ມບົດບາດຂອງສາສະໜາ. ແຕ່ຄວາມຈິ່ງ, ສາສະໜາໄດ້ມານະພະຍາຍາມປ່ຽນແປງ, ປັບປຸງບັນດາຜົນກະທົບເຊິ່ງເສດຖະກິດກໍ່ຂຶ້ນ. ພັກ ແລະ ລັດ ໄດ້ມີກອບກົດໝາຍເພື່ອສ້າງເງື່ອນໄຂໃຫ້ສາສະໜາ, ແຕ່ວ່າ, ພວກເຮົາຕ້ອງມີລະບອບລະບຽບການໃດໜຶ່ງ, ສ້າງເງື່ອນໄຂເພື່ອເຂົ້າຮ່ວມ, ພ້ອມກັນຮ່ວມແຮງຮ່ວມໃຈກັບວົງຄະນະຍາດສັງຄົມເພື່ອແກ້ໄຂບັນດາບັນຫາຂອງສັງຄົມ.”