ພັດທະນາແຫຼ່ງຊັບພະຍາກອນມະນຸດເຮັດວຽກງານຄວາມໝັ້ນຄົງ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ

(VOVWORLD) -ຫ້ອງວ່າການລັດຖະບານຫວຽດນາມ ຫາກໍມີເອກະສານເຜີຍແຜ່ຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່ຽວກັບການປະຕິບັດ ແຜນຮ່າງບຳລຸງສ້າງ ແລະ ພັດທະນາ ແຫຼ່ງຊັບພະຍາກອນມະນຸດເຮັດວຽກງານຄວາມໝັ້ນຄົງ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ຮອດປີ 2020.
ພັດທະນາແຫຼ່ງຊັບພະຍາກອນມະນຸດເຮັດວຽກງານຄວາມໝັ້ນຄົງ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ - ảnh 1(ພາບປະກອບ: ອິນເຕີເນັດ)

ທ່ານຮອງນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເປັນປະທານ, ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຄົ້ນຄວ້າ, ສະເໜີ, ຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີດັດປັບເປົ້າໝາຍຂອງການບໍາລຸງສ້າງ ແລະ ພັດທະນາ ແຫຼ່ງຊັບພະຍາກອນມະນຸດເຮັດວຽກງານຄວາມໝັ້ນຄົງ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ຮອດ 2020 (ແຜນຮ່າງ 99) ກ່ຽວກັບຈຳນວນ ພະນັກງານສະເພາະກິດເຮັດວຽກງານດັ່ງກ່າວ ໄປບຳລຸງໄລຍະສັ້ນຢູ່ຕ່າງປະເທດ ເພື່ອໃຫ້ເໝາະສົມກັບສະພາບການຕົວຈິງໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ