(vovworld) – ພິທີຊັກທຸງງານແຂ່ງຂັນຍິງປືນກອງທັບບັນດາປະເທດອາຊຽນ ດຳເນີນໄປໃນຕອນເຊົ້າວັນທີ 13/11, ຢູ່ສູນຝຶກແອບ ມ້ຽວມົນ, ນະຄອນຮ່າໂນ້ຍ, ໂດຍກະຊວງປ້ອງກັນປະເທດຈັດຕັ້ງ. ກ່າວຄຳເຫັນທີ່ພິທີ, ພົນຕີ ຫງວຽນດຶດເທີນ, ຫົວໜ້າກົມອົບຮົມຝຶກແອບ, ຮອງຫົວໜ້າຄະນະຈັດຕັ້ງງານແຂ່ງຂັນປືນກອງທັບບັນດາປະເທດອາຊຽນ ປີ 2014 ເນັ້ນໜັກວ່າ: ການເສັງຍິງປືນກອງທັບບັນດາປະເທດອາຊຽນ ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີ ຢູ່ປະເທດໜຶ່ງໃນກຸ່ມອາຊຽນ. ນີ້ແມ່ນການພົວພັນອັນດີງາມຂອງກອງທັບບັນດາປະເທດໃນພາກພື້ນ; ພ້ອມທັງແມ່ນໂອກາດເພື່ອພົບປະແລກປ່ຽນ, ເຊື່ອມໂຍງ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ, ຮໍ່າຮຽນເຊິ່ງກັນ ແລະ ກັນ.
ພາຍຫຼັງພິທີຊັກທຸງ, ບັນດາຫົວໜ້າໄດ້ຈັດກອງປະຊຸມເຕັກນິກ, ຈົກສະຫຼາດຕາຕະລາງແຂ່ງຂັນ ແລະ ປະຕິບັດວຽກງານກະກຽມ. ຄາດວ່າ, ການແຂ່ງຂັນຍິງປືນດັ່ງກ່າວຈະດຳເນີນໄປແຕ່ວັນທີ 19 – 28/11.