(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ພະເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ພະມະເຫສີ Michiko ເລີ່ມຕົ້ນສະເດັດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ເປັນຄັ້ງທຳອິດໃນລະຫວ່າງວັນທີ 28/02 – 05/03. ຕອນເຊົ້າວັນທີ 01/03, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເປັນປະທານພິທີຕ້ອນຮັບພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ ຢ່າງເປັນທາກງານ. ຕາມລາຍການ, ພາຍຫຼັງພິທີຕ້ອນຮັບຢູ່ສຳນັກງານປະທານປະເທດ ແລະ ພົບປະເຈລະຈາກັບທ່ານປະທານປະເທດ ເຈີນດ້າຍກວາງ ຢ່າງເປັນທາງການ, ພະເຈົ້າຈັກກະພັດຍີ່ປຸ່ນ ຈະເຂົ້າຂ່ຳນັບສຸສານປະທານໂຮ່ຈິມິນ, ພົບປະກັບບັນດາອະດີດນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ຍີ່ປຸ່ນ ແລະ ຕ້ອນຮັບຜູ້ຕາງໜ້າພົນລະເມືອງຍີ່ປຸ່ນ ທີ່ອາໄສຢູ່ຫວຽດນາມ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 28/02, ພາຍຫຼັງສະເດັດມາເຖິງຮ່າໂນ້ຍ, ພະເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ພະມະເຫສີ Michiko ໄດ້ມີການພົບປະກັບບັນດາພາລະກອນອາສາສະໝັກຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳຫວຽດນາມ. ພະເຈົ້າຈັກກະພັດຍີ່ປຸ່ນ Akihito ແລະ ພະມະເຫສີ Michiko ໄດ້ຢື້ຢາມຖາມຂ່າວກ່ຽວກັບວຽກງານ, ຊີວິດການເປັນຢູ່, ບັນດາສິ່ງສະດວກ, ຄວາມຫຍຸ້ງຍາກ ກໍຄືຄວາມປາດຖະໜາ, ຄວາມມຸ່ງຫວັງຂອງບັນດາພາລະກອນອາສາສະໝັກ JICA ໃນວິວັດທະນານການປະຕິບັດງານຢູ່ຫວຽດນາມ.