ພິທີມອບລາງວັນ Kovalevskaia ປີ 2012
ພາບ:suckhoedoisong.vn
|
(vovworld)- ຕອນເຊົ້າວັນທີ 4/3, ຢູ່ ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນ Kovalevskaia ປີ 2012 ແລະ ການເສັງກ່ຽວກັບບັນດາແມ່ຍິງແບບຢ່າງ. ລາງວັນ Kovalevskaia ປີ 2012 ໄດ້ມອບໃຫ້ແກ່ສ່ວນບຸກຄົນ ນັ້ນແມ່ນ ຮອງສາດສະດາຈານ, ດຣ ແບກແຄງຮ່ວາ, ສັງກັດສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ໝູ່ຄະນະບັນດານັກວິທະຍາສາດຍິງຢູ່ສູນຊີວະສາດ, ສະຖາບັນໝູນໃຊ້ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ຮອງສາດສະດາຈານ, ດຣ ແບກແຄງຮ່ວາ ແລະ ໝູ່ຄະນະພະນັກງານຍິງຢູ່ສູນດັ່ງກ່າວ ໄດ້ມີກິດຈະການວິທະຍາສາດ, ຄົ້ນຄ້ວາໝູນໃຊ້ບັນດາຜົນງານສຳຄັນໃນການຮັກສາສຸຂະພາບ, ສິ່ງແວດລ້ອມ, ເຕັກໂນໂລຊີຊີວະສາດ ຮັບໃຊ້ຂົງເຂດກະສິກຳ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
“ດ້ວຍຄວາມເມົາມົວກັບວິທະຍາສາດ, ການຢາກຮຳ່ຢາກຮຽນ, ບັນດາເອື້ອຍນ້ອງໄດ້ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ ລຳບາກໃນວຽກງານກໍຄືແບກຫາບວຽກບ້ານການເຮືອນ, ຄົ້ນຄ້ວາວິທະຍາສາດເພື່ອມີການປະດິດສ້າງ, ຂໍ້ລິເລີ່ມ, ດັດແກ້ດ້ານເຕັກນິກຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດຢ່າງແທ້ຈິງ.”