ພີທີມອບລາງວັນບົດປະພັນວັນນະຄະດີສິລະປະກ່ຽວກັບກະສິກຳແລະກໍ່ສ້າງຊົນນະບົດໃໝ່ໄລຍະ2010-2015

ພີທີມອບລາງວັນບົດປະພັນວັນນະຄະດີສິລະປະກ່ຽວກັບກະສິກຳແລະກໍ່ສ້າງຊົນນະບົດໃໝ່ໄລຍະ2010-2015 - ảnh 1
ພີທີມອບລາງວັນບົດປະພັນວັນນະຄະດີສິລະປະ
ກ່ຽວກັບກະສິກຳແລະກໍ່ສ້າງຊົນນະບົດໃໝ່ໄລຍະ2010-2015
(ພາບ: VGP)


(vovworld) –​ ​ພີ​ທີ​ມອບ​ລາງວັນ​ບົດ​ປະ​ພັ​ນ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ກ່ຽວ​ກັບ​ກະ​ສິ​ກຳ ​ແລະ ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ ໄລ​ຍະ 2010-2015 ໂດຍ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ສົມ​ທົບ​ກັບ​ສະ​ມາ​ຄົມນັກ​ປະ​ພັນຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 15/03 ຢູ່​ຮ່າ​ໂນ້ຍ. ທ່ານ ຫວູ​ວັນ​ນິງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​​ຕີ; ທ່ານ​ ຫງວຽນ​ເທ​ກີ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV, ພ້ອມ​ກັບ​ຜູ້​​ຕາງ​ໜ້າການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສ​ູນ​ກາງ​ເຂ​ົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ຫຼຸບ​ການ​ເສັງ, ທ່ານ ຕັງ​ມິງ​ໂລກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ, ເນັ້ນ​ໜັກ​ວ່າ.

      “ມື້ນີ້​ພວ​ກ​ເຮົາ​ຈັດ​ພິ​ທີ​ເຊີດ​ຊູ​ບັນ​ດາ​ນັກ​ປະ​ພັ​ນ​ທີ່​ມີ​ບັນ​ດາ​ບົດ​ປະ​ພັນດີ​ເດັ່ນ​ເພື່ອສົ່ງ​ເສີມ, ​ລະ​ດົມ​ກ​ຳ​ລັງ​ໃຈບັນ​ດາ​ຜູ້​ທີ່​ໄດ້​ປະ​ກອບ​ສ່ວນ, ເຮັດ​ໃຫ້​ມູນ​ຄ່າຂະ​ບວນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ເພີ່ມ​ຂຶ້ນ. ຫວັງ​ວ່າ, ຜ່ານ​ການ​ເສັງ​​ຄັ້ງນີ້​ຈະ​ຊ່ວຍ​ໃຫ້​ພະ​ນັກ​ງານ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມເຂົ້າ​ໃຈ​​ກວ່າກ່ຽວ​ກັບ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ, ຊົນ​ນະ​ບົດ, ພ້ອມ​ທັງ​ແບ່ງ​ປັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກ​ໍ່​ສ້າງ​ກະ​ສິ​ກຳ​ຫວຽດ​ນາມ ໃຫ້​ທັນ​ສະ​ໄໝ ແລະ ສິ​ວິ​ໄລ​”.

      ຜ່ານ 3 ເດືອນ​ແຫ່ງ​ການ​ປຸກ​ລະ​ດົມ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດປະ​ພັນ​ວັນ​ນະ​ຄະ​ດີ​​ເຂົ້າ​ຮ່ວມ​ການເສັງ​ 2700 ບົດ ຂອງ​ນັກ​ປະ​ພັນ​ກວ່າ 1.200 ຄົນ ໃນ 3 ​ປະ​ເພດ​ຄື: ວັດ​ທະ​ນະ​ທຳ, ​ຮູບ​ພາບ ແລະ ​ບົດ​ເພງ​ທີ່​ແຕ່ງ ໃນ​ໄລ​ຍ​ະ​ແຕ່​ປ​ີ 2010 – 2015. ຄະ​ນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ​ເອົາບົດ​ເສັງ​​ທີ່ດີ​ເດັ່ນ​ 57 ບົດເພື່ອມ​ອບ​ລາງວັນ.

ຂ່າວ/ບົດ​ອື່ນ