ພິທີສວດມົນພາວະນາ ປີໃໝ່ຂອງຊາວຫວຽດນາມ ອາໄສຢູ່ແບນຊິກ
(ພາບ: baomoi.com)
(vovworld)- ເນື່ອງໃນໂອກາດຕົ້ນລະດູບານໃໝ່-ປີມະເມຍ 2014, ສະຖານທູດຫວຽດນາມ ປະຈຳແບນຊິກ ແລະ ລຸກແຊມບວກ ໄດ້ຈັດພິທີສວດມົນພາວະນາຂໍໃຫ້ປີໃໝ່ມີຄວາມສະຫງົບສຸກ ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ປະຈຳຖິ່ນເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນນະພິທີ, ທ່ານເອກອັກຄະລັດຖະທູດຟ້າມແຊງເຈົາ ເນັ້ນໜັກວ່າ: ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນວັດທະນະທຳທີ່ເປັນມູນເຊື້ອມາແຕ່ດົນນານຂອງຊາວຫວຽດນາມ, ຈຸດທູບທຽນພາວະນາຂໍໃຫ້ທຸກໆຄອບຄົວມີຄວາມຢູ່ເຢັນເປັນສຸກຕະຫຼອດປີ. ການເຄື່ອນໄຫວນີ້ກໍ່ຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກປະເທດຊາດ ເຈືອຈານເຂົ້າກັບບັນກາກາດອັນສະໜິດສະໜົມ, ອົບອຸ່ນ ແລະ ພາວະນາຂໍໃຫ້ຕົນເອງ, ຄອບຄົວ ແລະ ປະເທດຊາດຫວຽດນາມປະສົບແຕ່ສິ່ງປະເສີດທີ່ສຸດ. ທ່ານເອກອັກຄະລັດຖະທູດຟ້າມແຊງເຈົາ ຢືນຢັນວ່າ: ແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍ່ເຄົາລົບສິດເສລີພາບໃນການເຫຼື້ອມໃສຂອງ ປຊຊ ແລະ ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າປະຕິບັດການເຫຼື້ອມໄສຂອງຕົນ. ທ່ານປາດຖະໜາວ່າ, ຊາວຫວຽດນາມ ອາໄສຢູ່ທີ່ນີ້ຈະສືບຕໍ່ສາມັກຄີ, ຊ່ວຍເຫຼືອກັນໃນຊີວິດປະຈຳວັນ ແລະ ຍາມໃດກໍ່ອ່ວຍເມືອຫາປະເທດຊາດ./.