ພື້ນ​ຖານ​ເສດ​ຖະ​ກິດ ຫວຽດນາມ ສືບ​ຕໍ່ບັນ​ລຸ​ການ​ເຕີບ​ໂຕໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ພື້ນຖານເສດຖະກິດ ຫວຽດນາມ ຄາດຄະເນວ່າ ບັນລຸການເຕີບໂຕ 1,8% ໃນປີ 2020 ໃນສະພາບການເກີດໂລກລະບາດໂຄວິດ-19 ແລະ ເພີ່ມຂືຶ້ນລະດັບ 6,3% ໃນປີ 2021. ນີ້ແມ່ນຂໍ້ສັງເກດໄດ້ທະນາຄານພັດທະນາ ອາຊີ (ADB) ຍົກອອກໃນບົດລາຍງານອັບເດດແງ່ຫວັງພັດທະນາ ອາຊີ (ADO) 2020 ປະກາດໃນວັນທີ 15 ກັນຍາ.
ພື້ນ​ຖານ​ເສດ​ຖະ​ກິດ ຫວຽດນາມ ສືບ​ຕໍ່ບັນ​ລຸ​ການ​ເຕີບ​ໂຕໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1ກອງປະຊຸມຖະແຫຼງຂ່າວ (ພາບ: VGP) 

ທ່ານ Andrew Jeffries ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການໃຊ້ສອຍພາຍໃນປະເທດໄດ້ຫຼຸດລົງ ແລະ ຄວາມຕ້ອງການໃນທົ່ວໂລກກໍ່ຫຼຸດໜ້ອຍຖອຍລົງຍ້ອນໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດ ຫວຽດນາມ ຫຼ່າຍກວ່າການຄາດຄະເນ. ແຕ່ເສດຖະກິດສືບຕໍ່ບັນລຸການເຕີບໂຕໃນປີ 2020, ສ່ວນຫຼາຍແມ່ນອີງໃສ່ຜົນສຳເລັດຂອງລັດຖະບານ ຫວຽດນາມ ໃນການຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19. ການເຕີບໂຕເສດຖະກິດຈະໄດ້ຮັບການໜູນຊ່ວຍຍ້ອນສະຖຽນລະພາບດ້ານເສດຖະກິດມະຫາພາກຂອງ ຫວຽດນາມ, ເພີ່ມທະວີການໃຊ້ຈ່າຍພາກລັດ ແລະ  ບັນດາການປະຕິຮູບພວມດຳເນີນແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

ADB ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າຈະໄດ້ຟື້ນຟູໃນປີ 2021, ຍ້ອນມີການຍູ້ໄວການລົງທຶນພາກລັດ, ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ຈີນ ພ້ອມກັບການຫັນປ່ຽນຂອງບັນດາລະບົບມູນຄ່າທົ່ວໂລກມາ ຫວຽດນາມ. ການເຕີບໂຕຕ່ຳຈະກົດໝ່ວງອັດຕາເງິນເຟີ້ຢູ່ລະດັບ 3,3% ໃນປີ 2020 ແລະ 3,5% ໃນປີ 2021.

ກໍ່ຕາມ ADB ແລ້ວ, ຫວຽດນາມ ພວມສະແດງຄວາມສາມາດຂອງຕົນໃນການຟື້ນຟູຢ່າງແຂງແຮງຫຼາຍກ່ວາເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆ ແລະ ແງ່ຫວັງຂອງພື້ນຖານເສດຖະກິດໃນໄລຍະກາງ ແລະ ໄລຍະຍາວສືບຕໍ່ມີສັນຍານດີ.

ຕອບກັບ

ຂ່າວ/ບົດ​ອື່ນ