ພົນໂທ Nguyen Chi Vinh ຢ້ຽມຢາມສະຖານທູດ ລາວ ປະຈຳຫວຽດນາມ

ພົນໂທ Nguyen Chi Vinh ຢ້ຽມຢາມສະຖານທູດ ລາວ ປະຈຳຫວຽດນາມ - ảnh 1
ພົນ​ໂທ Nguyen Chi Vinh ໄປ​​ຢ້ຽມຢາມສະຖານທູດ​ ສປປລາວ ປະຈຳ​ຫວຽ​ດນາມ
( ພາບ: qdnd.vn )


(vovworld) –     ຕອນ​ເຊົ້າ​ວັນ​ທີ 13/7, ພົນ​ໂທ Nguyen Chi Vinh, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນປະ​ເທດ​ຫວຽດນາມ, ​ໄປ​​ຢ້ຽມຢາມສະຖານທູດ​ ສປປລາວ ປະຈຳ​ຫວຽ​ດນາມ​ ເພື່ອ​ອວຍພອນ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື ( 18/7/1977 – 18/7/2012 ), 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (5/9/1962 – 5/9/2012 ) ​ແລະ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012. ຕາງໜ້າ​ໃຫ​້ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານພົນ​ໂທ Nguyen Chi Vinh ​ໄດ້​ຢືນຢັນ​ວ່າ ບັນດາ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ຕ້ອງ​ເຄົາລົບ​ນັບຖື, ​ເພີ່ມ​ພູນ​ຄຸນ​ສ້າງ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ພິ​ເສດ​ເຊິ່ງບັນດາ​ລຸ້ນຄົນກ່ອນໆ​ໄດ້​ສ້າງຂຶ້ນ. ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ສົມ​ພອນ​ ສີ​ຈະ​ເລີນ ​ໄດ້​ຢືນຢັນ​ວ່າ ຍາມ​ໃດ ພັກ, ລັດ ​ແລະ ປະຊາຊົນ​​ລາວ ບັນດາ​ເຜົ່າກໍ​ຈົດ​ຈຳ​ບຸນຄຸນ, ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນຂອງ​ພັກ, ລັດ ​ແລະ ກອງທັບ​ປະ​ຊາ​ຊົນ​ຫວຽດນາມ ທີ່​ສະຫງວນ​ໃຫ້​ແກ່​ປະ​ເທດ​ລາວ ​ໃນ​ພາລະກິດ​ຕໍ​ສູ້​ປົດ​ປ່ອຍ​ຊາດ​ກ່ອນ​ນີ້ ກໍ​ຄື​ໃນ​ໄລຍະ​ສັນຕິພາບ​ປະຈຸ​ບັນ​.

ຂ່າວ/ບົດ​ອື່ນ