ພົນໂທ ຫງວຽນຈິ໋ວິ້ງ ຕ້ອນຮັບອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ

ພົນໂທ ຫງວຽນຈິ໋ວິ້ງ ຕ້ອນຮັບອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ - ảnh 1
ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຕ້ອນຮັບທ່ານ Michael Michalak, ​
ອະດີດ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ
(ພາບ: qdnd.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 27/01, ທ່ານພົນ​ໂທ ຫງວຽນ​ຈິ໋ວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງ​ປ້​ອງກັນ​ປະ​ເທດ, ໄດ້​ໃຫ້ການຕ້ອນຮັບທ່ານ Michael Michalak, ​ອະດີດ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ເຫັນ​ດີ​ຖື​ວ່າ, ປີ 2015, ​ເຊິ່ງ​​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ, ​ແມ່ນ​ຂີດ​ໝາຍ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ວິວັດ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມຸ່ງ​ໄປ​ເຖິງ​ການ​ພົວພັນອັນ​ດີງາມ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ແລະ ທ່ານ Michael Michalak ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ທີ່​ພວມ​ພັດທະນາ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ທີ່​ນັບ​ມື້​ນັບ​ບັນລຸ​ປະສິດທິ​ຜົນ. 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຈະຢາກ​ສືບ​ຕໍ່​ພ້ອມ​ກັນ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ປີ 2011, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.
ຂ່າວ/ບົດ​ອື່ນ