ພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຂອງ ປະເທດ ຫວຽດນາມ

(VOVWORLD) -ທ່ານ Im Hen, ຫົວໜ້າສະຖານກົງສູນໃຫຍ່ ກໍາປູເຈຍປະຈໍານະຄອນໂຮ່່ຈີມິນ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ອະດີດນັກຊ່ຽວຊານ ແລະ ບັນດາທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນານາປະການ ຊ່ວຍເຫຼືອປະຊາຊົນ ແລະ ຊາດກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ດ້ວຍຈິດໃຈບໍລິສຸດຜຸດຜ່ອງ
ພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຂອງ ປະເທດ ຫວຽດນາມ - ảnh 1ທ່ານ Im Henແລະ ທ່ານຮວິ່ງແກັກມ້າງ ມອບດອກໄມ້ແກ່ກອງສະແດງສິລະປະທີ່ການພົບປະສັງສັນ (ພາບ:TTXVN)

ຕອນເຊົ້າວັນທີ 04 ມັງກອນ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ  ໄດ້ຈັດຕັ້ງການພົບປະສັງສັນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະການຕໍ່ສູ້ປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້ຂອງ ປະເທດ ຫວຽດນາມ ແລະ ພ້ອມກັບປະຊາຊົນກໍາປູເຈຍ ຊະນະຕໍ່ລະບອບດັບສູນເຊື້ອຊາດ (07/01/1979 – 07/01/2019). ທີ່ການພົບປະສັງສັນ, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຮວິ່ງແກັກມ້າງ ເນັ້ນໜັກວ່າ 40 ປີ ຜ່ານມາ, ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ກໍາປູເຈຍ ໄດ້ ແລະ ກໍາລັງພັດທະນາຂຶ້ນສູ່ລະດັບສູງໃໝ່. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ, ວົງເງິນສົ່ງອອກສອງສົ້ນ ປີ 2018 ເພີ່ມຂຶ້ນຫຼາຍພໍສົມຄວນ, ບັນລຸ 4,5 ຕື້ USD; ສູ້ຊົນ ກ່ອນປີ 2020 ໃຫ້ບັນລຸໄດ້ 5 ຕື້ USD.

        ສ່ວນທ່ານ Im Hen, ຫົວໜ້າສະຖານກົງສູນໃຫຍ່ ກໍາປູເຈຍປະຈໍານະຄອນໂຮ່່ຈີມິນ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ອະດີດນັກຊ່ຽວຊານ ແລະ ບັນດາທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນານາປະການ ຊ່ວຍເຫຼືອປະຊາຊົນ ແລະ ຊາດກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ ດ້ວຍຈິດໃຈບໍລິສຸດຜຸດຜ່ອງ.


ຕອບກັບ

ຂ່າວ/ບົດ​ອື່ນ