​ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ໄວ​ຣັດ Corona ສາຍ​ພັນ​ໃໝ່: ຈີນ​ອະ​ນຸ​ຍາດ​ໃຫ້ ອາ​ເມ​ລິ​ຫາ​ສົ່ງ​ນັກ​ຊ່ຽວ​ຊານ​ທາງ​ການ​ແພດ​ມາ​ຍັງ ອູ່​ຮັ້ນ

(VOVWORLD) -ຈີນໄດ້ອະນຸຍາດໃຫ້ບັນດານັກຊ່ຽວຊານທາງການແພດອາເມລິກາ ພ້ອມກັບຄະນະປະຕິບັດງານສາກົນຂອງອົງການອານາໄມໂລກ (WHO) ມາປະເທດນີ້, ເພື່ອແນໃສ່ປະຕິບັດບັນດາຄວາມມານະພະຍາຍາມລວມໃນການຕ້ານການແຜ່ລະບາດຢ່າງວ່ອງໄວຂອງພະຍາດອັກເສບປອດທີ່ເກີດຈາກເຊືື້ອໄວຣັດ Corona ສາຍພັນໃໝ່ (2019 - nCoV). 

ແຈ້ງການຂອງທຳນຽບຂາວ ໃນຕອນເຊົ້າວັນທີ 4 ກຸມພາ ໃຫ້ຮູ້ວ່າ: ປັກກິ່ງໄດ້ຕົກລົງກັບຄຳສະເໜີຂອງ ອາເມລິກາ ກ່ຽວກັບການສົ່ງນັກຊ່ຽວຊານເຂົ້າຮ່ວມຄະນະປະຕິບັດງານຂອງ WHO ມາຍັງ ຈີນ ເພື່ອຄົ້ນຄ້ວາບັນດາມາດຕະການຄວບຄຸມ ແລະ ມຸ່ງໄປສູ່ການລົບລ້າງໄວຣັດ nCoV ທີ່ພວມເກີດຂຶ້ນຢູ່ ນະຄອນ ອູ່ຮັ້ນ ຂອງ ແຂວງ ຮູ້ເປີຍ, ປະເທດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ