ຟີລິບປິນ,ສິງກາໂປຊຸກຍູ້ການພົວພັນ2ຝ່າຍ

ຟີລິບປິນ,ສິງກາໂປຊຸກຍູ້ການພົວພັນ2ຝ່າຍ - ảnh 1
ທ່ານ​ປະທານາທິບໍດີ ຟິລິບ​ປິນ Benigno Aquino
(ພາບ: http://petrotimes.vn)

(vovworld) – ວັນ​ທີ​ 3/4, ທ່ານ​ປະທານາທິບໍດີ ຟິລິບ​ປິນ Benigno Aquino 3 ​ແລະ ຄູ່​ຕຳ​ແໜ່​ງ ສິງ​ກາ​ໂປ ທີ່​ພວມ​ຢູ່​ຢ້ຽມຢາມ​ປະ​ເທດ​ນີ້ ທ່ານ Tony Tan Keng Yam ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຊຸກ​ຍູ້​ບັນດາ​ການ​ພົວພັນ 2 ຝ່າຍ.

    ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະລະ​ຫວ່າງ​ການ​ນຳ 2 ປະ​ເທດ​ຢູ່​ສຳນັກງານ​ປະທານາທິບໍດີ ຟີ​ລິບ​ປິນ, ທ່ານ​ປະທານາທິບໍດີ Aquino ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຮູບ​ແບບ​ການ​​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ຫຼາຍ​ກ່ວາ​ອີກ​​ໃຫ້ສຳ​ເລັດ​ຜົນ, ມຸ່ງ​ໄປ​ເຖິງ​ການ​ເປີດ​ກ້ວາງ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື ​ແລະ ສາມັກຄີ. ທ່ານ​ປະທານາທິບໍດີ ຟີ​ລິບ​ປິນ ສະ​ແດງ “ຄວາມ​ປາດ​ຖະໜາ​ວ່າ ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມສະຫງົບ​ລະ​ຫວ່າງ 2 ປະ​ເທດ​ແມ່ນຂໍ້​ກຸນແຈ​ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ”, ພ້ອມ​ທັງ​ເນັ້ນໜັກ​ວ່າ: ຟີ​ລິບ​ປິນ ຊົມ​ເຊີ​ຍກາ​ລະ​ໂອກາດ​ເປັນ​ເຈົ້າ​ການຈັດ​ຕັ້ງ​ງານ​ວາງສະ​ແດງ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ອາຊີ 2014 ຈະ​ຈັດ​ຕັ້ງ​ໃນ​ລະຫວ່າງວັນ​ທີ 16 – 18/7 ຈະ​ມາ​ເຖິງ.

    ການ​ນຳ 2 ທ່ານ​ກໍ່​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ເລີ່​ມ​ດຳ​ເນີນ​ແຜນການ​ເຄື່ອນ​ໄຫວ ຟີ​ລິບ​ປິນ - ສິງ​ກາ​​ໂປ, ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນກົນ​ໄກ​ເພື່ອ​ເປີດ​ກ້ວາງ​ການ​ປຶກສາ​ຫາລື ລະຫວ່າງ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ