ມີ 28 ອົງການ, ສຳນັກງານ, ຫົວໜ່ວຍຂອງຈີນຖືກຈັດເຂົ້າບັນຊີລາຍຊື່ດຳດ້ານການຄ້າຂອງອາເມລິກາ

(VOVWORLD) -ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາກ່ອນທີ່ 2 ປະເທດນີ້ຈະກຽມເຊື່ອມຕໍ່ການເຈລະຈາດ້ານການຄ້າຂັ້ນສູງຄືນໃໝ່ໃນວັນທີ 10 – 11 ຕຸລາ ຢູ່ ວໍຊິງຕັນ, ປະເທດອາເມລິກາ.
ມີ 28 ອົງການ, ສຳນັກງານ, ຫົວໜ່ວຍຂອງຈີນຖືກຈັດເຂົ້າບັນຊີລາຍຊື່ດຳດ້ານການຄ້າຂອງອາເມລິກາ - ảnh 1 (ພາບປະກອບ: Reuters)

       ວັນທີ 08 ຕຸລາ, ກະຊວງການຄ້າອາເມລິກາ ຖະແຫຼງວ່າ ໄດ້ຈັດ 28 ອົງການຕຳຫຼວດ ແລະ ບໍລິສັດຂອງຈີນ ເຂົ້າໃນບັນຊີລາຍຊື່ດຳທີ່ກ່ຽວຂ້ອງເຖິງດ້ານການຄ້າຂອງອາເມລິກາ. ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາກ່ອນທີ່ 2 ປະເທດນີ້ຈະກຽມເຊື່ອມຕໍ່ການເຈລະຈາດ້ານການຄ້າຂັ້ນສູງຄືນໃໝ່ໃນວັນທີ 10 – 11 ຕຸລາ ຢູ່ ວໍຊິງຕັນ, ປະເທດອາເມລິກາ. ຕາມກະຊວງການຄ້າອາເມລິກາ ແລ້ວ, ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາຍ້ອນ “ການປະພຶດຂອງປັກກິງ ສຳລັບປະຊາຄົມຊາວ ອີອຸອໍ ຢູ່ ຊີນແຈງ ແລະ ບັນດາຊົນເຜົ່າສ່ວນໜ້ອຍທີ່ຖືສາສະໜາອິດສະລາມຢູ່ ຈີນ”.

        ບັນດາບໍລິສັດ ແລະ ອົງການສຳນັກງານຂອງຈີນ ທີ່ຖືກຈັດເຂົ້າບັນຊີລາຍຊື່ດຳຂອງອາເມລິກາ ຈະບໍ່ໄດ້ຮັບອະນຸຍາດຊື້ບັນດາເຄື່ອງອຸປະກອນ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກຈາກບັນດາບໍລິສັດຂອງອາເມລິກາ ຖ້າຫາກວ່າບໍ່ມີການອະນຸຍາດຂອງວໍຊິງຕັນ.

        ພາຍຫຼັງການກະທຳຈາກຝ່າຍອາເມລິກາ, ໃນວັນດຽວກັນ, ລັດຖະມົນຕີກະຊວງການຄ້າຈີນ ໄດ້ອອກຖະແຫຼງຮຽກຮ້ອງໃຫ້ອາເມລິກາ ຢຸດຕິ “ການກະທຳຜິດພາດ” ພາຍຫຼັງທີ່ແຊກແຊງເຂົ້າວຽກງານພາຍໃນຂອງຈີນ ແລະ ຮຽກຮ້ອງໃຫ້ອາເມລິກາ ນຳບັນດາອົງການຂອງປັກກິງ ອອກຈາກບັນຊີລາຍຊື່ດຳຂອງອາເມລິກາ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ