ມີ 52/63 ແຂວງ, ນະຄອນ ບັນລຸອັດຕາການສັກວັກຊີນກັນໂຄວິດ-19 ເຂັມທີ 2 ກວ່າ 90%

(VOVWORLD) -ວັນທີ 9 ກຸມພານີ້, ມີຜູ້ຕິດເຊື້ອ 69,825 ຄົນໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີປິ່ນປົວຫາຍດີແມ່ນ 2.196.602 ກໍລະນີ
ມີ 52/63 ແຂວງ, ນະຄອນ ບັນລຸອັດຕາການສັກວັກຊີນກັນໂຄວິດ-19 ເຂັມທີ 2 ກວ່າ 90% - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງຂອງວັນທີ 8 ກຸມພາຫາເວລາ 16 ໂມງຂອງວັນທີ 9 ກຸມພານີ້, ຫວຽດນາມໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 23.956 ຄົນ, ໃນນັ້ນມີ 3 ຄົນມາຈາກຕ່າງປະເທດ ແລະ 23.953 ຄົນຢູ່ພາຍໃນ 62 ແຂວງ, ນະຄອນ. ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 2.404.651 ຄົນ.

           ວັນທີ 9 ກຸມພານີ້, ມີຜູ້ຕິດເຊື້ອ 69,825 ຄົນໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີປິ່ນປົວຫາຍດີແມ່ນ 2.196.602 ກໍລະນີ. ໃນ 24 ຊົ່ວໂມງທີ່ຜ່ານມາ, ມີ 93 ຄົນເສຍຊີວິດ.

       ກ່ຽວກັບສະພາບການສັກຢາປ້ອງກັນພະຍາດໂຄວິດ-19, ມາຮອດຕອນບ່າຍວັນທີ 9 ກຸມພານີ້, ໃນຂອບເຂດທົ່ວປະເທດໄດ້ສັກວັກຊີນກັນພະຍາດໂຄວິດ-19 ທັງໝົດ 183.729.446 ໂດສ, ໃນນັ້ນ 52/63 ແຂວງ, ນະຄອນມີອັດຕາການສັກວັກຊີນເຂັມທີ 2 ບັນລຸກ່ວາ 90%.. ກ່ຽວກັບຈໍານວນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ສັກໃຫ້ເດັກນ້ອຍໄວ 12-17 ປີ ແມ່ນ 16,328,693 ໂດສ

ຕອບກັບ

ຂ່າວ/ບົດ​ອື່ນ