ມີກ່ວາ 100 ເຫດຕ້ານຊາວອາຊີ ຢູ່ ອາເມລິກາ ໃນປີ 2020
(VOVWORLD) -ວັນທີ 5 ເມສາ, ໝາກຜົນຂອງການສືບສວນໂດຍໜັງສືພິມ New York Times ດຳເນີນກ່ຽວກັບເຫດຕ້ານຊາວອາຊີ ອາໄສຢູ່ ອາເມລິກາ ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ ໃຫ້ເຫັນວ່າ ມີກ່ວາ 110 ເຫດການຕ້ານຊາວເຊື້ອຊາດອາຊີ ໄດ້ຮັບການລາຍງານຢູ່ປະເທດນີ້ ນັບແຕ່ເດືອນມີນາ ປີ 2020.
ການແຫ່ຂະບວນເພື່ອແນໃສ່ຢຸດຕິສະພາບການຄຽດແຄ້ນຕໍ່ຊາວເຊື້ອຊາດ ອາຊີ (ພາບ: THX/TTXVN) |
ເຖິງຢ່າງໃດກໍ່ຕາມ, ໜັງສືພິມໄດ້ເນັ້ນວ່າ ຈຳນວນຕົວເລກດັ່ງກ່າວພຽງແຕ່ແມ່ນຂໍ້ມູນທີ່ໄດ້ຮັບການປະກາດຈາກໜັງສືພິມ ແລະ ມີຫຼັກຖານຢ່າງຈະແຈ້ງ ກ່ຽວກັບການຄຽດແຄ້ນດ້ວຍສາຍເຫດເຊື້ອຊາດເຜົ່າພັນ” ໝາຍຄວາມວ່າ ອາດຈະມີຫຼາຍເຫດການກ່ວາອີກໃນຕົວຈິງ.
ອີງຕາມໝາກຜົນຂອງການສືບສວນ, ໜັງສືພິມໄດ້ໃຫ້ຂໍ້ສັງເຫດວ່າ “ຄວາມຄຽດຊັງຄືສາຍເຫດ ເຊິ່ງຍາກທີ່ຈະພິສູດໄດ້ກ່ຽວກັບດ້ານປະຫວັດສາດ”, ພ້ອມທັງຖືວ່າ ໝາກຜົນຂອງການສະຖິຕິອາດຈະແມ່ນສ່ວນໜຶ່ງຂອງສະພາບການໃຊ້ຄວາມຮຸນແຮງ ແລະ ກໍ່ຄວາມວຸ້ນວາຍຕໍ່ຊາວເຊື້ອຊາດອາຊີ ຕ້ອງປະເຊີນໜ້າໃນປີຜ່ານມາ, ຍ້ອນວ່າ ບັນຫາຄຽດຊັງ ເຄີຍໄດ້ຮັບການສະຖິຕິ ແລະ ລາຍງານຢ່າງບໍ່ຄົບຖ້ວນ ແລະ ພຽງແຕ່ບັນດາເຫດການຮ້າຍແຮງທີ່ສຸດ ຈຶ່ງດຶງດູດຄວາມສົນໃຈ.