ມີທະຫານຫວຽດນາມ ຕື່ມອີກ 20 ຄົນ ເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້
(VOVWORLD) -ຕອນເຊົ້າວັນທີ 21 ເມສາ, ຢູ່ສະໜາມບິນ ເຕີນເຊີນເຍິດ, ນະຄອນ ໂຮ່ຈີມິນ, ນັກຮົບຂຶ້ນກັບໂຮງໝໍກາງສະໜາມເລກ 2, ເລກ 3 ຈຳນວນ 24 ຄົນ ໄດ້ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ (ງວດທີ 2) ຢູ່ ສາທາລະນະລັດ ຊູດັງໃຕ້.
ບັນດານັກຮົບ ຫວຽດນາມ ຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ແລະ ກັບຄືນເມືອປະເທດຢ່າງປອດໄພ (ພາບ: laodong.vn) |
ກ່ອນເດີນທາງໄປປະຕິບັດງານ, ນັກຮົບຈຳນວນດັ່ງກ່າວ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບພະຍາບານສຸກເສີນ, ບຳລຸງສ້າງທັກສະຕ່າງໆ ແລະ ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19. ເຖິງວ່າ ໃນໄລຍະຝຶກຊ້ອມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ບັນດານັກຮົບ ຫວຽດນາມ ທີ່ເດີນທາງໄປປະຕິບັດງານຄັ້ງນີ້ ຍັງຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ແລະ ກັບຄືນເມືອປະເທດຢ່າງປອດໄພ.