ມີປັດໃຈສະດວກຫຼາຍຢ່າງໃຫ້ແກ່ເສດຖະກິດຫວຽດນາມເຕີບໂຕ

(VOVWORLD) -ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານແລ້ວ, ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນໄລຍະຈະມາເຖິງ ຈະສືບຕໍ່ເດີນຕາມທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ ຍ້ອນມີບັນດາປັດໃຈສະດວກໃນການເຕີບໂຕຄື: ສືບຕໍ່ປະຕິບັດການປະຕິຮູບລະບອບລະບຽບການ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ.
ມີປັດໃຈສະດວກຫຼາຍຢ່າງໃຫ້ແກ່ເສດຖະກິດຫວຽດນາມເຕີບໂຕ - ảnh 1(ພາບປະກອບອີນເຕີແນັດ)

ລະອຽດແມ່ນບັນດາຄວາມສະດວກກ່ຽວກັບແຫຼ່ງທຶນ FDI ໄດ້ຮັບການປ່ອຍເງິນບັນລຸລະດັບສະຖິຕິໃນປີ 2017 ຈະເພີ່ມຄວາມຕ້ອງການດ້ານແຮງງານໃນປີ 2018. ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ໄດ້ເພີ່ມຂຶ້ນເປັນໜ້າປະທັບໃຈໃນເດືອນ ມັງກອນ 2018 ແມ່ນເກືອບ 11.000 ແຫ່ງ ຈົດທະບຽນສ້າງຕັ້ງໃໝ່, ເພີ່ມຂຶ້ນ 20,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

        ຄຽງຄູ່ກັນນັ້ນ, ການລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບຜົນປະໂຫຍດ ເມື່ອມີບັນດາປັດໃຈຕັ້ງໜ້າຈະໄດ້ຮັບການໜູນຊ່ວຍຫຼາຍກວ່າໃນປີ 2018 ກ່ຽວກັບແງ່ຫວັງເສດຖະກິດ ກໍຄືກາລະໂອກາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໄດ້ຮັບຄວາມຫວັງວ່າສືບຕໍ່ມີທ່າເຕີບໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ