ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບສິບຄົນໃນເຫດລະເບີດໂຮງງານຜະລິດທາດເຄມີຢູ່ ຈີນ

(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 4 ຄົນ ແລະ 35 ຄົນຮັບບາດເຈັບ

ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 4 ຄົນ ແລະ 35 ຄົນຮັບບາດເຈັບໃນເຫດໂຮງງານຜະລິດທາດເຄມີເກີດລະເບີດໃນຕອນເຊົ້າວັນທີ 24 ເມສາ ຢູ່ເຂດປົກຄອງດ້ວຍຕົນເອງ ໄນມັກ ຢູ່ທາງພາກເໜືອຂອງ ຈີນ.

        ເຈົ້າໜ້າທີ່ທ້ອງຖິ່ນໃຫ້ຮູ້ວ່າ ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 2 ໂມງ 55 ນາທີ ຂອງຕອນເຊົ້າວັນທີ 24 ເມສາ ຢູ່ ໂຮງງານຂອງບໍລິສັດເຄມີ ຕູງຊີງ Chemical Co.Ltd, ເຊິ່ງເປັນສາຂາໜຶ່ງຂອງກຸ່ມບໍລິສັດ ອີ໊ຕຸງ ໄນມັກ ຢູ່ເທດສະບານເມືອງ ຈົວຊູ ຂຶ້ນກັບນະຄອນ ອູລ໊ານຊ໊າ. ສາເຫດທີ່ພາໃຫ້ເກີດເຫດລະເບີດ ພວມໄດ້ຮັບການສືບສວນຢູ່.


ຕອບກັບ

ຂ່າວ/ບົດ​ອື່ນ