ມີຜູ້ເສຍຊີວິດກວ່າ 100 ຄົນ ໃນເຫດລະເບີດ 2 ຄັ້ງລຽນຕິດຢູ່ ອີຣານ
(VOVWORLD) - ຈຳນວນຜູ້ເສຍຊີວິດໃນເຫດລະເບີດ 2 ຄັ້ງທີ່ເກີດຂຶ້ນຢູ່ໃກ້ສຸສານ ຕັ້ງຢູ່ນະຄອນ Kerman, ແຂວງ Kerman ໃນວັນທີ 3 ມັງກອນ, ເພີ່ມຂຶ້ນ 103 ຄົນ ແລະ ມີຜູ້ຮັບບາດເຈັບປະມານ 17 ຄົນ.
ມີປະຊາຊົນຫຼາຍຄົນມີໜ້າຢູ່ບ່ອນເກີດເຫດ (ພາບ: AFP/TTXVN) |
ສຳນັກຂ່າວສານເຄິ່ງເປັນທາງການ Fars ຂອງ ອີຣານ ໄດ້ໃຫ້ຂ່າວກ່ຽວກັບຈຳນວນຜູ້ເສຍຊີວິດໃນເຫດລະເບີດ 2 ຄັ້ງທີ່ເກີດຂຶ້ນຢູ່ໃກ້ສຸສານ ຕັ້ງຢູ່ນະຄອນ Kerman, ແຂວງ Kerman ໃນວັນທີ 3 ມັງກອນ, ເພີ່ມຂຶ້ນ 103 ຄົນ ແລະ ມີຜູ້ຮັບບາດເຈັບປະມານ 17 ຄົນ. ສື່ມວນຊົນ ອີຣານ ໄດ້ຄັດສະເໜີຄຳປາໄສຂອງເຈົ້າໜ້າທີ່ແຂວງ ໂດຍຖືວ່າ ນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍ.
ໃນຖະແຫຼງການ 2 ສະບັບທີ່ແຕກຕ່າງກັນ, ທັງພະຄາດີນັນ ອີຣານ ທ່ານ Ali Khamenei ແລະ ທ່ານປະທານາທິບໍດີ Ebrahim Raisi ລ້ວນແຕ່ຢັ້ງຢືນວ່າ ຈະມີການກະທຳໂຕ້ຕອບຢ່າງສາສົມຕໍ່ຄວນກັບກົນອຸບາຍ ແລະ ພັກພວກຕ່າງໆທີ່ເຂົ້າຮ່ວມການບຸກໂຈມຕີດັ່ງກ່າວ.
ນັກຂ່າວ VOV ປະຈຳ ອີຢິບ