ມີຜູ້ເສຍຊີວິດຫຼາຍສິບຄົນໃນເຫດລະເບີດໂຮງງານຟຸນເຄມີຢູ່ອາເມລິກາ
ມີຜູ້ເສຍຊີວິດຫຼາຍສິບຄົນໃນເຫດລະເບີດໂຮງງານຟຸນເຄມີຢູ່ອາເມລິກາ
(ພາບ: EFE)
(vovworld) – ມີຜູ້ເສຍຊີວິດປະມານ 70 – 80 ຄົນ ແລະ ນັບຮ້ອຍໆຄົນຖືກຮັບບາດເຈັບໃນເຫດການລະເບີດທີ່ຮ້າຍແຮງຢູ່ ໂຮງງານຜະລິດຟຸນເຄມີ ໃກ້ກັບນະຄອນ Waco, ລັດ Texas (ແຫ່ງສະຫະລັດ ອາເມລິກາ), ເມື່ອຕອນເຊົ້າວັນທີ 18/4 (ຕາມເວລາ ຫວຽດນາມ). ເຫດລະເບີດດັ່ງກ່າວຍັງທຳລາຍເຮືອນຊານເກືອບ 100 ຫລັງ ພ້ອມທັງ ເຫດອັກຄີໄຟໃຫຍ່ຢູ່ບໍລິເວນໂຮງຮຽນ West Middle. ຕຳຫລວດ ໄດ້ປິດລ້ອມເສັ້ນທາງລັດຕໍ່ລັດໃນທັນທີ. ເຮືອບິນ ເອລີກອບແຕ ຖືກຈັດສົ່ງໄປກູ້ຊີບ. ຜູ້ຊ່ວຍວຽກຫົວໜ້າຕຳຫລວດປ້ອງກັນ, ແລະ ດັບເຜິງ Waco ໃຫ້ຮູ້ວ່າ: ນີ້ແມ່ນເຫດລະເບີດທາດ ammonia ແລະ ສາຍເຫດກໍ່ການລະເບີດດັ່ງກ່າວຍັງບໍ່ທັນຊອກເຫັນເທື່ອ.