ມີວິສາຫະກິດກວ່າ300ແຫ່ງຖືກຈັດອັນດັບຫນຶ່ງກ່ຽວກັບການຮັບສະໝັກຄົນງານໃນປີ2013
ກຳມະກອນຢູ່ບໍລິສັດຢາງພາລາ ມີລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 9 ລ້ານດົງ/ເດືອນ
photo:dddn.com.vn
|
(vovworld)- ມີ ວິສາຫະກິດກວ່າ 300 ແຫ່ງຖືກຈັດເຂົ້າບັນຊີລາຍຊື່ບັນດາວິສາຫະກິດບໍ່ພຽງແຕ່ນຳຫນ້າກ່ຽວກັບການຮັບສະຫມັກຄົນງານຫລາຍກວ່າໝູ່ເທົ່ານັ້ນ ຫາກຍັງແມ່ນບັນດາຫົວຫນ່ວຍມີນະໂຍບາຍໃຫ້ແກ່ຄົນງານດີທີ່ສຸດໃນປີ 2013 ອີກດ້ວຍ. ນຳຫນ້າ ແມ່ນກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ ດ້ວຍການແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 130.000 ຄົນ, ໃນນັ້ນ ມີ ຊົນເຜົ່າສ່ວນຫນ້ອຍ 30.000 ຄົນ. ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 9 ລ້ານດົງ/ເດືອນ. ຢືນອັນດັບ 2 ແມ່ນກຸ່ມບໍລິສັດນຳ້ມັນອາຍແກສ ຫວຽດນາມ, ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 60.000 ຄົນ, ລາຍຮັບສະເລ່ຍໃສ່ຫົວຄົນແມ່ນ 20 ລ້ານດົງ/ເດືອນໃນປີຜ່ານມາ.
ການຈັດອັນດັບບັນດາວິສາຫະກິດນຳຫນ້າໃນການຮັບສະຫມັກຄົນງານຢູ່ຫວຽດນາມ ຖືກຈັດຂຶ້ນເປັນຄັ້ງທຳອິດໃນປີ 2013 ແລະ ຈະຖືກຈັດຂຶ້ນປະຈຳປີ.