(VOVWORLD) -ໃນຊຸມວັນທີ່ຜ່ານມາ, ອົງການປະກັນໄພສັງຄົມໃນທົ່ວປະເທດ ໄດ້ມອບຂອງຂວັນ 1300 ພູດ ໃຫ້ແກ່ຄົນເຈັບມີບັດປະກັນສຸຂະພາບ ທີ່ໄດ້ປະສົບກັບຄວາມຫຍຸ້ງຍາກ ຊື່ງພວມປິ່ນປົວຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.
(ພາບ: ອົງການປະກັນໄພສັງຄົມ) |
ຂອງຂວັນທັງໝົດເຫຼົ່ານັ້ນມີມູນຄ່າເກືອບ 720 ລ້ານດົ່ງ ໄດ້ຫັກຈາກກອງທຶນເຄື່ອນໄຫວແຫ່ງສາຍຈິດມິດໃຈຂອງຂະແໜງປະກັນໄພສັງຄົມ.
ນີ້ແມ່ນການເຄື່ອນໄຫວຕອບສະໜອງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ-ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ” ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມ. ທ່ານ ຫງວຽນເລິນຮຽວ, ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລແພດສາດຮ່າໂນ້ຍ ຖືວ່າ:
ຂ້າພະເຈົ້າຄິດວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍວັດທະນະທຳມະນຸດ ແລະ ພິເສດ, ມີລັກສະນະແຜ່ຂະຫຍາຍອອກສູ່ລວງກ້ວາງ. ເຖິງວ່າຈຳນວນຜູ້ເຂົ້າຮ່ວມໂດຍກົງໃນຄັ້ງນີ້ບໍ່ຫຼາຍກໍ່ຕາມ ແຕ່ຕາມຂ້າພະເຈົ້າແລ້ວ ມັນຈະສ້າງເປັນຂະບວນການເພື່ອສະໜັບສະໜູນຄົນທຸກຍາກ.