ມອບລາງວັນການເສັງປະດິດຄິດສ້າງປີ2013
ການເສັງປະດິດສ້າງໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຊົນ, ນັກປະດິດສ້າງເປັນຈຳນວນຫຼວງຫຼາຍ
(vovworld) – ໃນພິທີມອບລາງວັນການເສັງປະດິດຄິດສ້າງປີ 2013 ໃນຕອນຄຳ່ວັນທີ 9/11, ຢູ່ ນະຄອນ ໂຮ່ຈີມິນ, ລາງວັນທີ 1 ທີ່ມີມູນຄ່າ 100 ລ້ານດົ່ງໄດ້ມອບໃຫ້ຜົນງານການປະດິດສ້າງເຄື່ອງກ່ຽວຟາດເຂົ້າຂອງນັກປະດິດສ້າງ ຟ້າມຮ່ວາງຖັ໋ງ. ລາງວັນທີ 2 ມອບໃຫ້ຜົນງານການປະດິດສ້າງ ລະບົບກຳຈັດນ້ຳເສຍຂອງບໍລິສັດລະບາຍນ້ຳ ແລະ ພັດທະນາຕົວເມືອງຈຳກັດແຂວງ ບ໋າເຣ້ຍ - ຫວູງເຕົ່າ ແລະ ລາງວັນທີ 3 ມອບໃຫ້ຜົນງານການປະດິດສ້າງວົງລູກເຫຼົກຄຳລົດຈັກ ຂອງນັກປະດິດສ້າງ ຫງວຽນຫວີງເຊີນ. ອ້າຍ ຟ້າມຮ່ວາງຖັ໋ງ, ນັກປະດິດສ້າງຍາດໄດ້ລາງວັນທີ 1, ໃຫ້ຮູ້ວ່າ:
“ການນຳເຄື່ອງຈັກເຂົ້າຮັບໃຊ້ກະສິກຳ ແມ່ນຈຳເປັນທີ່ສຸດ ເພື່ອຊ່ວຍໃຫ້ປະຊາຊົນຫຼຸດຜ່ອນຄວາມເສຍຫາຍໃນການເກັບກ່ຽວ, ດັ່ງນັ້ນ, ຂ້າພະເຈົ້າຄິດເຖິງກິດຈະກຳປະດິດສ້າງເຄື່ອງຈັກກ່ຽວຟາດເຂົ້າເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກນັ້ນ.”
ຜ່ານເກືອບ 3 ເດືອນປຸກລະດົມການເສັງ, ມີ 145 ກິດຈະກຳເຕັກນິກຂອງບັນດາສ່ວນບຸກຄົນ, ອົງການຈັດຕັ້ງໃນທຸກແຂວງພາກໃຕ້ເຂົ້າຮ່ວມ. ໃນນັ້ນມີຫຼາຍກິດຈະກຳປະດິດສ້າງມີຄວາມສາມາດເປັນໄປໄດ້.