ມອບລາງວັນງານມະໂຫລານພາບຖ່າຍສີລະປະເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

(VOVWORLD) -ງານມະໂຫລານໄດ້ຮັບພາບຖ່າຍ 1.882 ພາບ, ດ້ວຍປະເພດພາບສີ ແລະ ຂາວດຳ ຂອງບັນດານັກຖ່າຍຮູບທີ່ມາຈາກ 13 ແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເຂົ້າຮ່ວມ.

ມອບລາງວັນງານມະໂຫລານພາບຖ່າຍສີລະປະເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1 ມີພາບຖ່າຍ 20 ພາບຂອງທັງ 2 ປະເພດພາບສີ ແລະ ຂາວດຳ ໄດ້ຮັບລາງວັນ

(ພາບ: TTXVN)

ວັນທີ 04 ຕຸລາ, ຢູ່ແຂວງ ຊອ໊ກຈັງ ໄດ້ດຳເນີນພິທີສະຫຼຸບ ແລະ ມອບລາງວັນງານມະໂຫລາຍພາບຖ່າຍສີລະປະເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຄັ້ງທີ 35 ປີ 2020. ງານມະໂຫລານໂດຍສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ ສົມທົບກັບສະມາຄົມວັນນະຄະດີສິລະປະຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຈັດຕັ້ງ.

        ພາຍຫຼັງການປຸກລະດົມເປັນເວລາ 2 ເດືອນ (ນັບແຕ່ວັນທີ 08 ພຶດສະພາ - 19 ກໍລະກົດ), ງານມະໂຫລານໄດ້ຮັບພາບຖ່າຍ 1.882 ພາບ, ດ້ວຍປະເພດພາບສີ ແລະ ຂາວດຳ ຂອງບັນດານັກຖ່າຍຮູບທີ່ມາຈາກ 13 ແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເຂົ້າຮ່ວມ. ໝາກຜົນແມ່ນ, ມີພາບຖ່າຍ 20 ພາບຂອງທັງ 2 ປະເພດພາບສີ ແລະ ຂາວດຳ ໄດ້ຮັບລາງວັນ. ທ່ານ ເລຊວັນທັງ, ຮອງປະທານສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ, ໃຫ້ຮູ້ວ່າ:

        “ກ່ຽວກັບທາງດ້ານເນື້ອໃນ, ເບິ່ງລວມແລ້ວ ບັນດາພາບຖ່າຍທີ່ໄດ້ຄັດເລືອກມາວາງສະແດງ ໄດ້ສ່ອງແສງໃຫ້ເຫັນການດຳລົງຊີວິດ ແລະ ປະຊາຊົນຢູ່ໃນເຂດຢ່າງມີຊີວິດຊີວາ. ມີພາບຖ່າຍຫຼາຍພາບມີເນື້ອໃນດີ, ຕິດພັນກັບການດຳລົງຊີວິດ ແລະ ພິເສດແມ່ນສ່ອງແສງເຫດການສຳຄັນຢ່າງທັນການ, ໂດຍສະເພາະແມ່ນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”.

ຕອບກັບ

ຂ່າວ/ບົດ​ອື່ນ