ມອບລາງວັນລາຍການ “ນັກປັນຍາຊົນໜຸ່ມເພື່ອການສຶກສາ” ປີ 2017

(VOVWORLD) - ຕອນຄ່ຳວັນທີ 09 ພະຈິກ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ, ຈັດຕັ້ງພິທີມອມລາງວັນລາຍການ “ນັກປັນຍາຊົນໜຸ່ມເພື່ອການສຶກສາ” ປີ 2017.
ມອບລາງວັນລາຍການ “ນັກປັນຍາຊົນໜຸ່ມເພື່ອການສຶກສາ” ປີ 2017 - ảnh 1 ພິທີມອບລາງວັນລາຍການ “ນັກປັນຍາຊົນໜຸ່ມເພື່ອການສຶກສາ” ປີ 2017

ກ່າວຄຳເຫັນທີ່ພິທີມອບລາງວັນ, ເລຂາຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ບູຍກວາງຮຸຍ ເນັ້ນໜັກວ່າ:

        “ລາຍການ “ນັກປັນຍາຊົນໜຸ່ມ ເພື່ອການສຶກສາ” ໄລຍະ 2016 2020 ແມ່ນການເຄື່ອນໄຫວແທດຈິງ ແນໃສ່ລະດົມສົ່ງເສີມຊາວໜຸ່ມ, ພິເສດແມ່ນບັນດານັກປັນຍາຊົນໜຸ່ມ ປະກອບສ່ວນໃຫ້ພາລະກິດປ່ຽນແປງໃໝ່ການສຶກສາບຳລຸງສ້າງ. ຈາກໝາກຜົນຂອງລາຍການໃນ 2 ປີ 2016 ແລະ 2017, ຄະນະຈັດຕັ້ງ ມີຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຕື່ມກ່ຽວກັບການເຄື່ອນໄຫວພູມປັນຍາ, ວິທະຍາສາດ, ແຫ່ງທີ່ທີ່ນັກປັນຍາຊົນໜຸ່ມປະກອບສ່ວນເຂົ້າໃນບັນດາມາດຕະການ, ຂໍ້ລິເລີ່ມໃຫ້ພາລະກິດປ່ຽນແປງໃໝ່ການສຶກສາ”.

ຕອບກັບ

ຂ່າວ/ບົດ​ອື່ນ