(vovworld) – ຕອນຄຳ່ວັນທີ 16/5, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ຈັດຕັ້ງພິທີມອບລາງວັນປະດິດແຕ່ງ, ໂຄສະນາບັນດາບົດປະພັນວັນນະຄະນະດີ, ສິລະປະ, ໜັງສືພິມ ກ່ຽວກັບຫົວຂໍ້ການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ພາຍຫລັງຈັດຕັ້ງມາເປັນເວລາ 2 ປີ, ໄດ້ມີບົດປະພັນຫຼາຍປະເພດຂອງບັນດານັກປະພັນ, ນັກຂ່າວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ໃນຄັ້ງທີ່ໜຶ່ງ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກປະພັນ, ໜູ່ຄະນະ, ສ່ວນບຸກຄົນ ມີຜົນງານດີເດັ່ນໃນການປະພັນ, ໂຄສະນາເຜີຍແຜ່, ວາດພາບຄືນແບບຢ່າງຄຸນສົມບັດ ແລະ ແບບແຜນດຳລົງຊີວິດຂອງປະເທດ ໂຮ່ຈີມິນ ແຕ່ເດືອນ 5/2011 ຮອດ 3/2013. ໃນຈຳນວນ 136 ລາງວັນທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ມີລາງວັນ A 13 ລາງວັນ, ລາງວັນ B 45 ລາງວັນ, ລາງວັນ C 41 ລາງວັນ ແລະ ລາງວັນຊົມເຊີຍຫຼາຍລາງວັນ. ເປັນກຽດທີ່ໄດ້ຮັບລາງວັນໃນຄັ້ງນີ້, ນັກຂ່າວ ຮ່າທິແທງຖູ໋ຍ, ໜັງສືພິມ ດົ່ງນາຍ, ຍາດໄດ້ລາງວັນ A ແບ່ງປັນວ່າ:
“ໄດ້ຮັບລາງວັນກ່ຽວກັບຫົວຂໍ້ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງລຸງໂຮ່ ກົງກັບໂອກາດວັນຄ້າຍວັນເກີດຂອງ ເພີ່ນ, ຂ້າພະເຈົ້າຮູ້ສຶກເປັນກຽດ, ເອກອ້າງທະນົງໃຈ ແລະ ມີຄວາມໝາຍ. ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງລຸງໂຮ່ເພື່ອເຮັດໃຫ້ສັງຄົມນັບມື້ນັບດີກ່ວາ, ນັ້ນກໍ່ແມ່ນຈຸດໝາຍ ແລະ ຄວາມຮັບຜິດຊອບເຊິ່ງນັກຂ່າວພວມມຸ້ງໄປເຖິງ. ໄລຍະຈະມາເຖິງ, ດ້ວຍຄວາມຮັບຜິດຊອບຂອງນັກຂ່າວຜູ້ໜຶ່ງ, ຂ້າພະເຈົ້າຕ້ອງສືບຕໍ່ຊອກຫາບັນດາແບບຢ່າງທີ່ດີເດັ່ນ, ສາມາດສ້າງຄວາມສະເທືອນໃຈ ເພື່ອໂຄສະນາເຖິງທຸກໆຄົນ, ເພື່ອເຮັດໃຫ້ເລື່ອງຮຳ່ຮຽນຕາມແບບຢ່າງຂອງລຸງໂຮ່ ກ້າວເຂົ້າສູ່ລວງເລິກ”