ມອບລາງວັນໄວໜຸ່ມປະດິດຄິດສ້າງທົ່ວປະເທດ ປີ 2018

(VOVWORLD) -ໃນຂອບເຂດຂອງການແຂ່ງຂັນ “ໄວໜຸ່ມປະດິດຄິດສ້າງ” ທົ່ວປະເທດປີ 2018, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຂຶ້ນ ແຕ່ວັນທີ 23 ພະຈິກ - 16 ທັນວາ 

ຕອນຄໍ່າວັນທີ 16 ທັນວາ, ຢູ່່ຮ່່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດພິທີມອບລາງວັນໄວໜຸ່ມປະດິດຄິດສ້າງທົ່ວປະເທດປີ 2018. ການເຄື່ອນໄຫວດັ່ງກ່າວນອນໃນລາຍການເຄື່ອນໄຫວການແຂ່ງຂັນ “ໄວໜຸ່ມປະດິດຄິດສ້າງທົ່ວປະເທດ” ປີ 2018. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ໄດ້ເຂົ້າຮ່ວມພິທີມອບລາງວັນຄັ້ງນີ້.

ມອບລາງວັນໄວໜຸ່ມປະດິດຄິດສ້າງທົ່ວປະເທດ ປີ 2018 - ảnh 1ພິທີມອບລາງວັນ  “ໄວໜຸ່ມປະດິດຄິດສ້າງ” ທົ່ວປະເທດປີ 2018 (ພາບ: tuoitre)

ບັນດາເຈົ້າຂອງຜົນງານຂອງ 28 ໂຄງການ, ຜະລິດຕະພັນປະດິດຄິດສ້າງດີເລີດໄດ້ຮັບການຍ້ອງຍໍຊົມເຊີຍ. ໃນນັ້ນ, ມີເພື່ອນ ເລແທັງຊວນ, ນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເຊິ່ງເປັນເຈົ້າຂອງຜົນງານການຄົ້ນຄວ້າ “ອອກແບບລະບົບຄວບຄຸມການໄຫຼຢອດຂອງທາດລະລາຍທີ່ມີບໍລິມາດນ້ອຍທີ່ສຸດ ໂດຍໄດ້ນໍາໃຊ້ໃນບັນດາການວິໄຈຊີວະ ໂມເລກຸນຢູ່ກັບທີ່”, ແບ່ງປັນວ່າ:

        “ໂດຍເລີ່ມມາຈາກສະພາບໂຮງໝໍຮັບຄົນເຈັບເກີນຂອບເຂດໃນປັດຈຸບັນຢູ່ໂຮງໝໍແຫ່ງຕ່າງໆຂອງຫວຽດນາມ, ຄວາມມຸ່ງມາດປາດຖະໜາຂອງນ້ອງແມ່ນ ປະດິດສ້າງບັນດາອຸປະກອນ ທີ່ສາມາດວິໄຈຢູ່ກັບທີ່, ຄົນເຈັບສາມາດກວດພະຍາດຢູ່ກັບເຮືອນໄດ້. ຖ້າຫາກນໍາໃຊ້ການວິໄຈຊີວະໂມເລກຸນໄດ້ ແມ່ນຈະໃຫ້ລະດັບຊັດເຈນສູງ. ເມື່ອນໍາໃຊ້ອຸປະກອນຂອງນ້ອງແລ້ວ ຈະສາມາດຫຼຸດຜ່ອນທາດກໍ່ໃຫ້ເກີດການແຜ້ຢາ, ຈາກນັ້ນ ສາມາດຫຼຸດລາຄາຂອງການວິໄຈລົງ.  ເພາະວ່າ, ຕາມປົກກະຕິແລ້ວ, ບັນດາການວິໄຈໂມເລກຸຸນ ເຖິງວ່າຈະດີຫຼາຍ ແຕ່ລາຄາກໍສູງຫຼາຍ. ສະນັ້ນ, ຄົນເຈັບຢູ່ເຂດຫ່າງໄກສອກຫຼີກ ຍາກທີ່ຈະເຂົ້າເຖິງໄດ້”.

        ໃນຂອບເຂດຂອງການແຂ່ງຂັນ “ໄວໜຸ່ມປະດິດຄິດສ້າງ” ທົ່ວປະເທດປີ 2018, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຂຶ້ນ ແຕ່ວັນທີ 23 ພະຈິກ - 16 ທັນວາ ດ້ວຍບັນດາການເຄື່ອນໄຫວແທດຈິງ ທີ່ໄດ້ດໍາເນີນຢູ່ ຄະນະຊາວໜຸ່ມ12 ແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ