ມອບສົ່ງສູນພາສາຫວຽດນາມໃຫ້ປະຊາຊົນແຂວງຫົວພັນ,ປະເທດລາວ
ສູນພາສາ ຫວຽດນາມ ຢູ່ແຂວງຫົວພັນ
|
(vovworld) – ສູນພາສາ ຫວຽດນາມ ນອນໃນເນື້ອທີ່ດິນ 3 ha ຢູ່ໃກ້ກັບໃຈກາງເມືອງວຽງໄຊ, ແຂວງຫົວພັນ, ປະເທດລາວ, ດ້ວຍວັດຖຸອຸປະກອນຢ່າງຄົບຖ້ວນ ສ້າງຄວາມສະດວກໃຫ້ແກ່ວຽກງານສິດສອນ ແລະ ຮ່ຳຮຽນ ກໍຄືວຽກງານຄຸ້ມຄອງ, ບໍລິຫານໂຮງຮຽນ. ນີ້ແມ່ນຂອງຂວັນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ມອບໃຫ້ລູກຫຼານປະຊາຊົນລາວບັນດາເຜົ່າຢູ່ທ້ອງຖິ່ນ ແລະ ລູກຫຼານຊາວ ຫວຽດນາມ ອາໄສຢູ່ແຂວງ ຫົວພັນ, ເພື່ອຍົກສູງລະດັບຄວາມຮູ້ກ່ຽວກັບພາສາ ຫວຽດນາມ ໃຫ້ແກ່ພວກນ້ອງ.
ກ່າວຄຳເຫັນທີ່ພິທີມອບສົ່ງກິດຈະກຳຖືກຈັດຕັ້ງໃນຕອນບ່າຍວັນທີ 4/6, ຢູ່ເມືອງ ວຽງໄຊ, ແຂວງ ຫົວພັນ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຮອງປະທານອະນຸກຳມະການຮ່ວມມື ຫວຽດນາມ -ລາວ ຫງວຽນຈີ໋ຢູ້ງ ຢັ້ງຢືນວ່າ: ເລື່ອງມອບສົ່ງ ແລະ ນຳກິດຈະກຳດັ່ງກ່າວເຂົ້າເຄື່ອນໄຫວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳ 2 ປະເທດກໍ່ຄືຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສຳລັບເລື່ອງຊຸກຍູ້ການຮ່ວມມືຢູ່ແຂວງ ຫົວພັນ ເວົ້າສະເພາະ ແລະ ໃນທົ່ວປະເທດລາວ ເວົ້າລວມ. ທີ່ພິທີ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງ ທຶນລາວ, ຮອງປະທານອະນຸກຳມະການຮ່ວມມື ລາວ - ຫວຽດນາມ ຄຳເຜີຍ ແກ້ວກິນນາລີ ຮຽກຮ້ອງໃຫ້ແຂວງ ຫົວພັນ ສົມທົບກັບກະຊວງສຶກສາ ແລະ ກິລາພ້ອມກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງສ້າງແຜນການນຳໃຊ້ໂຄງການດັ່ງກ່າວໃຫ້ເໝາະສົມກັບຈຸດປະສົງຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນການເພີ່ມພຸນຄຸນສ້າງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ຫວຽດນາມ - ລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.