ມອບເຄື່ອງໝາຍ65ປີແຫ່ງວັນເຂົ້າເປັນສະມາຊິກພັກໃຫ້ອະດີດເລຂາທິການໃຫຍ່ເລຂາຟຽວ
ມອບເຄື່ອງໝາຍ65ປີແຫ່ງວັນເຂົ້າເປັນສະມາຊິກພັກໃຫ້ອະດີດເລຂາທິການໃຫຍ່ເລຂາຟຽວ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 30/9, ຢູ່ຮ່າໂນ້ຍ, ອົງຄະນະພັກຫ້ອງວ່າການກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຈັດຕັ້ງພິທີມອບເຄື່ອງໝາຍ 65 ປີແຫ່ງວັນເຂົ້າເປັນສະມາຊິກພັກໃຫ້ທ່ານ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ອະດີດຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ: ອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນພະນັກງານມີບົດຮຽນໃນຖານະຕຳແໜ່ງຕ່າງໆ, ພິເສດແມ່ນໄດ້ຝຶກຝົນຫຼໍ່ຫຼອມ, ເຕີບໃຫຍ່ໃນການຕໍ່ສູ້ປົດປ່ອຍຊາດ ແລະ ປະຕິບັດໜ້າທີ່ສາກົນອັນສູງສົງໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ສ່ວນອະດີດເລຂາທິການໃຫຍ່ ເລຂາຟຽວ, ສະແດງຄວາມຕື້ນຕັນໃຈເມື່ອໄດ້ເຄື່ອງໝາຍ 65 ປີແຫ່ງວັນເຂົ້າເປັນສະມາຊິກພັກ:
“ມື້ນີ້, ໄດ້ຮັບເຄື່ອງໝາຍ 65 ປີແຫ່ງວັນເຂົ້າເປັນສະມາຊິກພັກ, ນີ້ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງສຳລັບຂ້າພະເຈົ້າ, ກໍ່ແມ່ນຄວາມຮັບຜິດຊອບຂອງຂ້າພະເຈົ້າທີ່ມີຕໍ່ພັກ, ປະຊາຊົນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ສ້າງສາລັດທິສັງຄົມນິຍົມ. ເຖິງວ່າ, ໄດ້ພັກກິນເບ້ຍບຳນານແລ້ວກໍ່ຕາມແຕ່ຂ້າພະເຈົ້າຍັງສືບຕໍ່ພາລະກິດເປັນຂອງສະມາຊິກພັກ, ເຮັດໄດ້ສິ່ງໃດໜຶ່ງທີ່ມີຜົນປະໂຫຍດໃຫ້ພັກ, ປະເທດຊາດ ແລະ ປະຊາຊົນ.”