ມະຕິກອງປະຊຸມປະຈຳເດືອນ9/2014ຂອງລັດຖະບານຫວຽດນາມ

ມະຕິກອງປະຊຸມປະຈຳເດືອນ9/2014ຂອງລັດຖະບານຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ
photo:baocongthuong.vn

 (vovworld)- ​ວັນ​ທີ 4/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຊັນ​ປະ​ກາດ​ໃຊ້​ມະ​ຕິ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 9/2014 ຂອງ​ລັດ​ຖະ​ບານ. ມະ​ຕິ​ຊີ້​ແຈ້ງວ່າ: ກ່ຽວ​ກັບ​ເສດ​ຖະ​ກິດ ສັງ​ຄົມ ເດືອນ 9 ແລະ 9 ເດືອນ​ຕົ້ນ​ປີ 2014, ລັດ​ຖະ​ບານ​ໄດ້​ເປັນ​ເອ​ກະ​ພາບ​ຕີ​ລາ​ຄາ​ວ່າ ມີ​ການ​ຫັນ​ປ່ຽນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ ແລະ ບັນ​ລຸ​ຫລາຍ​ໝາກ​ຜົນ​ໃນ​ທຸກ​ຂ​ົງ​ເຂດ. ເສດ​ຖະ​ກິດ​ມະ​ຫາ​ພາກ​ມີ​ຄວາມ​ໝັ້​ນ​ທ່ຽງ​ກວ່າ. ການ​ເຕີບ​ໂຕ GDP ເພີ່ມ​ຂຶ້ນ 5,62 % ສູງກວ່າ​ໄລ​ຍະ​ດຽວ​ກັນ​ຂອງ 2 ປີ​ກ່ອນ. ໃນ​ຊຸມ​ເດືອນ​ທ້າຍ​ປີ, ເພື່ອ​ສູ້​ຊົນ​ບັນ​ລຸ​ໝາກ​ຜົນ​ສູງ​ສຸດ​ຂອງ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2014, ລັດ​ຖະ​ບານ ສະ​ເຫນີ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ຕ້ອງ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ​ບັນ​ດາ​ຫນ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນການ​ເຄື່ອນ​ໄຫວຜະ​ລິດ​ດຳ​ເນີນທຸ​ລະ​ກິດ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ໃຫ້​ສະ​ດວກກວ່າ.

 

 

 

ຂ່າວ/ບົດ​ອື່ນ